ທ່ານສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

2022-11-04 12:33:28 cri

ຕອນເຊົ້າວັນທີ 4 ພະຈິກ 2022 ຢູ່ຫໍສະພາປະຊາຊົນຈີນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນທີ່ມາຢ້ຽມຢາມປະເທດຈີນຢ່າງເປັນທາງການ.

ທ່ານສີຈິ້ນຜິງ ກ່າວວ່າ: ທ່ານເປັນຜູ້ນຳປະເທດໃນເອີຣົບຜູ້ທຳອິດທີ່ມາຢ້ຽມຢາມປະເທດຈີນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ການຢ້ຽມຢາມຄັ້ງນີ້ກໍແມ່ນທ່ານຢ້ຽມຢາມຈີນເປັນຄັ້ງທຳອິດພາຍຫຼັງທ່ານຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີເຢຍລະມັນ, ເຊື່ອວ່າການຢ້ຽມຢາມຄັ້ງນີ້ຂອງທ່ານຈະເພີ່ມຄວາມເຂົ້າໃຈກັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງຝ່າຍ, ລົງເລິກການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆ, ແລະວາງແຜນໃຫ້ແກ່ການຂະຫຍາຍສາຍພົວພັນລະຫວ່າງຈີນກັບເຢຍລະມັນໃນໄລຍະຕໍ່ໄປ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ, ປີນີ້ແມ່ນຈີນ ແລະ ເຢຍລະມັນສ້າງສາຍພົວພັນທາງການຄູດຄົບຮອບ 50 ປີ. ຕະຫຼອດໄລຍະ 50 ປີທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ, ຂໍພຽງແຕ່ສອງຝ່າຍປະຕິບັດຫຼັກການທີ່ເຄົາລົບນັບຖືເຊິ່ງກັນແລະກັນ, ສະແຫວງຫາສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ທິດທາງການຂະຫຍາຍສາຍພົວພັນລະຫວ່າງສອງປະເທດກໍຈະບໍ່ໄດ້ພາດໄປທາງອື່ນ, ແລະກ້າວເດີນໄປຂ້າງໜ້າຢ່າງໝັ້ນທ່ຽງ. ປັດຈຸບັນ, ສະຖານະການໃນສາກົນມີການປ່ຽນແປງຢ່າງສັບສົນ, ຈີນ ແລະ ເຢຍລະມັນໃນຖານະເປັນປະເທດໃຫຍ່ທີ່ມີອິດທິພົນ, ຄວນຮ່ວມມືກັນໃນສະພາບການທີ່ສັບສົນ ແລະ ວຸ້ນວາຍ, ປະກອບສ່ວນເຂົ້າໃນສັນຕິພາບແລະການພັດທະນາຂອງໂລກໃຫ້ຫຼາຍກວ່າເກົ່າ.