ທ່ານຫຼີເຄີ້ສຽງຈະເຂົ້າຮ່ວມບັນດາກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກສຽງໃຕ້ ແລະ ຢ້ຽມຢາມກຳປູເຈຍຢ່າງເປັນທາງການ

2022-11-04 19:44:46 cri

ວັນທີ 4 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານຮຸນແຊນ ນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ ຈະເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ 25, ກອງປະຊຸມສຸດຍອດອາຊຽນ + 3 ຄັ້ງທີ 25, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 17  ແລະ ຢ້ຽມຢາມລາຊະອານາຈັກກຳປູເຈຍຢ່າງເປັນທາງການ ແຕ່ວັນທີ 8 ຫາ 13 ພະຈິກນີ້.