ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5

2022-11-04 21:34:13 cri



ຕອນຄ່ຳວັນທີ 4 ພະຈິກ2022ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ຮ່ວມກັນສ້າງອະນາຄົດທີ່ດີງາມແຫ່ງການເປີດປະຕູສູ່ພາຍນອກ ແລະ ຈະເລີນຮຸ່ງເຮືອງ” ຜ່ານທາງວິດີໂອໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການເປີດປະຕູສູ່ພາຍນອກແມ່ນກຳລັງຂັບເຄື່ອນທີ່ສຳຄັນແຫ່ງຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ ແລະ ແມ່ນເສັ້ນທາງທີ່ຕ້ອງເດີນຜ່ານແຫ່ງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ຈີນຈະຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດ ທີ່ເປີດປະຕູສູ່ພາຍນອກ, ຍຶດໝັ້ນຍຸດທະສາດເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍຶດໝັ້ນທິດທາງທີ່ຖືກຕ້ອງແຫ່ງເສດຖະກິດໂລກາພິວັດ ເພື່ອສ້າງໂອກາດໃໝ່ໃຫ້ແກ່ໂລກ ດ້ວຍການພັດທະນາໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ.


ທ່ານສີຈິ້ນຜິງກ່າວຕື່ມວ່າ: ຈີນຈະຊຸກຍູ້ໃຫ້ປະເທດຕ່າງໆຮ່ວມກັນຊົມໃຊ້ໂອກາດດ້ານການຕະຫຼາດໃຫຍ່ຂອງຈີນ, ຊຸກຍູ້ໃຫ້ການຄ້າພັດທະນາແບບມີຫົວຄິດປະດິດສ້າງ ແລະ ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ຈີນຈະຊຸກຍູ້ໃຫ້ປະເທດຕ່າງໆ ແລະ ຝ່າຍຕ່າງໆຮ່ວມກັນຊົມໃຊ້ໂອກາດເປີດປະຕູສູ່ພາຍນອກດ້ານລະບຽບການ, ປະຕິບັດຍຸດທະສາດຍົກລະດັບເຂດທົດລອງການຄ້າເສລີ ເພື່ອເສີມຂະຫຍາຍບົດບາດເປັນເວທີທົດລອງສັງລວມແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ.


ທ່ານສີຈິ້ນຜິງກ່າວຕື່ມອີກວ່າ: ຈີນຍິນດີຮ່ວມກັບປະເທດຕ່າງໆ, ປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນແຫ່ງການເປີດປະຕູສູ່ພາຍນອກທີ່ຫຼາຍກວ່າເກົ່າ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ມີຢູ່ໃນການພັດທະນາເສດຖະກິດໂລກ ເພື່ອນຳເອົາອະນາຄົດທີ່ສະຫວ່າງສະໄຫວອັນໃໝ່ມາໃຫ້ແກ່ການພັດທະນາໂລກດ້ວຍການເປີດປະຕູສູ່ພາຍນອກ.