ງານວາງສະແດງສິນຄ້ານຳເຂົ້າສາກົນຈີນສົ່ງສັນຍານທີ່ເປີດປະຕູສູ່ພາຍນອກຂອງຈີນຢ່າງແຂງແຮງທີ່ສຸດ

2022-11-04 22:01:04 cri

 

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະຈັດຂຶ້ນແຕ່ວັນທີ 5 ຫາວັນທີ 10 ພະຈິກ 2022 ນີ້ຢູ່ນະຄອນຊຽງໄຮປະເທດຈີນ. ໃນຖານະເປັນງານວາງສະແດງລະດັບຊາດພຽງໜຶ່ງດຽວຢູ່ໃນໂລກທີ່ຖືສິນຄ້ານຳເຂົ້າເປັນຫົວຂໍ້ຫຼັກນັ້ນ, ເລີ່ມແຕ່ການຈັດຂຶ້ນເປັນຄັ້ງທຳອິດເມື່ອປີ 2018 ເປັນຕົ້ນມາ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ກາຍເປັນເວທີໃນ 4 ດ້ານ, ຄື: ການຈັດຊື້ສິນຄ້າສາກົນ, ການສົ່ງເສີມການລົງທຶນ, ການແລກປ່ຽນວັດທະນະທຳ,  ການຮ່ວມມືກັບການເປີດປະຕູສູ່ພາຍນອກ.

 

ໃນເວລາກ່າວຄຳປາໄສໃນພິທີເປີດງານຄັ້ງນີ້ໂດຍຜ່ານທາງວີດີໂອ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: ຈີນຈະຊຸກຍູ້ປະເທດຕ່າງໆ ແລະ ຝ່າຍຕ່າງໆຮ່ວມກັນຊົມໃຊ້ໂອກາດຈາກຕະຫຼາດໃຫຍ່ຂອງປະເທດຈີນ; ຈີນຈະຊຸກຍູ້ໃຫ້ປະເທດຕ່າງໆ ແລະ ຝ່າຍຕ່າງໆຮ່ວມກັນຊົມໃຊ້ໂອກາດຈາກການເປີດປະຕູສູ່ພາຍນອກດ້ານລະບຽບການ; ຈີນຈະຊຸກຍູ້ໃຫ້ປະເທດຕ່າງໆ ແລະ ຝ່າຍຕ່າງໆຮ່ວມກັນຊົມໃຊ້ໂອກາດຈາກການລົງເລິກການຮ່ວມມືສາກົນ.

 



ໃນການກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນທຸກຄັ້ງ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ເນັ້ນໜັກເຖິງການເປີດກວ້າງການເປີດປະຕູສູ່ພາຍນອກ, ສົ່ງເສີມການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮຽກຮ້ອງໃຫ້ເກາະແຂນກັນຮ່ວມກັນກ້າວໄປຂ້າງໜ້າ. ໃນການກ່າວຄຳປາໄສຂອງທ່ານສີຈິ້ນຜິງໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນທັງໝົດ 5 ຄັ້ງ, ຄຳທີ່ວ່າ “ເປີດປະຕູສູ່ພາຍນອກ” ໄດ້ປາກົດຂຶ້ນຫຼາຍກວ່າຮ້ອຍເທື່ອ.

 

ປີ 2019, ໃນໄລຍະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 2, ເມື່ອປະເຊີນໜ້າກັບສຽງນັນແຊວທີ່ຝືນກັບໂລກາພິວັດນັ້ນ, ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ, ບັນຫາຫຍຸ້ງຍາກທີ່ຢູ່ຕໍ່ໜ້າການພັດທະນາເສດຖະກິດໂລກ, ຈະບໍ່ມີປະເທດໃດໜຶ່ງສາມາດແກ້ໄຂພຽງລຳພັງໄດ້. ທ່ານໄດ້ໃຊ້ແມ່ນ້ຳລຳເຊເປັນຄຳປຽບທຽບ, ໂດຍບັນຍາຍວ່າເສດຖະກິດໂລກາພິວັດແມ່ນກະແສປະຫວັດສາດ.

 

ປີ 2020, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງໜັກໜ່ວງໃນທົ່ວໂລກ, ແຕ່ວ່າ ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 3 ໄດ້ຈັດຂຶ້ນຕາມເວລາກຳນົດ. ຕະຫຼາດຄວາມຕ້ອງການພາຍໃນປະເທດທີ່ມີຂະໜາດໃຫຍ່ພິເສດ ໂດຍມີປະຊາກອນ 1,4 ຕື້ກວ່າຄົນ, ກຸ່ມຄົນທີ່ມີລາຍຮັບປານກາງຫຼາຍກວ່າ 400 ລ້ານຄົນ, ແຕ່ລະປີໄດ້ນຳເຂົ້າສິນຄ້າ ແລະ ການບໍລິການທີ່ເປັນມູນຄ່າ 2.500 ຕື້ໂດລາສະຫະລັດ, ທັງໝົດເຫຼົ່ານີ້ ແມ່ນພື້ນຖານແຫ່ງແຮງຈູງໃຈ ແລະ ຄວາມໝັ້ນໃຈຂອງຈີນ.

 

ໃນເວລາກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 3, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ, ພວກເຮົາຄວນຍຶດໝັ້ນແນວຄິດທີ່ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄວ້ເນື້ອເຊື່ອໃຈກັນ ແຕ່ບໍ່ແມ່ນລະແວງສົງໄສກັນ, ເກາະແຂນກັນ ແຕ່ບໍ່ແມ່ຈໍ້ກຳປັ້ນໃສ່ກັນ, ເປິກສາຫາລືກັນແຕ່ບໍ່ແມ່ນປ້ອຍດ່າກັນ, ຄວນຖືຜົນປະໂຫຍດຮ່ວມຂອງປະເທດຕ່າງໆເປັນສິ່ງສຳຄັນ, ຊຸກຍູ້ເສດຖະກິດໂລກາພິວັດຂະຫຍາຍຕົວກ້າວໄປສູ່ທິດທາງທີ່ເປີດກວ້າງ, ກວມລວມ, ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ດຸນດ່ຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ.

 

ປີ 2021, ເງົາມືດຂອງພະຍາດໂຄວິດ-19 ຍັງບໍ່ທັນຫາຍໄປ, ການຟື້ນຟູຂອງເສດຖະກິດໂລກຍັງປະເຊີນກັບເສັ້ນທາງທຸລະກັນດານ, ປະຊາຊົນບັນດາປະເທດຍິ່ງຄວນຮ່ວມແຮງຮ່ວມໃຈກັນ ເພື່ອຜ່ານຜ່າຄວາມຫຍ້ງຍາກລຳບາກຮ່ວມກັນ. ໃນເວລາກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 2021, ທ່ານສີຈິ້ນຜິງໄດ້ໃຊ້ຄຳບູຮານຈີນ ຄື “ຄົນຜູ້ດຽວຈະຍົກເຄື່ອງໜັກຂຶ້ນໄດ້ຍາກ, ຫຼາຍຄົນກ້າວເດີນໄປໜ້າພ້ອມກັນຈະໄປໄວກວ່າ” ເພື່ອປຽບທຽບກຳລັງແຮງຂອງຄວາມສາມັກຄີ.

 

ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 4 ຄັ້ງທີ່ຜ່ານມາ, ໄດ້ມີຜະລິດຕະພັນໃໝ່ ເຕັກນິກໃໝ່ ຫຼື ການບໍລິການຫຼາຍກວ່າ 1.500 ຢ່າງໄດ້ວາງສະແດງເປັນຄັ້ງທຳອິດຢູ່ໃນໂລກ ຫຼື ຢູ່ແຜ່ນດິນໃຫຍ່ຈີນ, ຍອດມູນຄ່າທີ່ຈະຕົກລົງເຊັນສັນຍາຊື້ຂາຍກັນມີເຖິງ 272,3 ຕື້ໂດລາສະຫະລັດ, ເຊິ່ງກາຍເປັນແຮງຂັບເຄື່ອນທີ່ແຂງແຮງໃນການຊຸກຍູ້ການເຕີບໂຕຂອງການຄ້າສາກົນ ແລະ ການພັດທະນາເສດຖະກິດໂລກ.