ພວກເຮົາສາມາດຮັບຮູ້ຫຍັງຈາກເລື່ອງທີ່ວ່າ “ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19” ມາເປັນ “ຢູ່ຮ່ວມກັບອາການຕົກຄ້າງຍ້ອນຕິດເຊື້ອພະຍາດໂຄວິດ-19” ຂອງອາເມຣິກາ

2022-11-04 17:19:54 CRI

ນັບແຕ່ເດືອນກຸມພາປີ 2022 ນີ້ເປັນຕົ້ນມາ, ທ້ອງຖິ່ນຕ່າງໆຂອງອາເມຣິກາໄດ້ພາກັນຍົກເລີກມາດຕະການຈຳກັດເພື່ອປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ເລີ່ມປະຕິບັດນະໂຍບາຍປ້ອງກັນພະຍາດແບບສາທາລະນະ ຄື “ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19”. ຄັນຊັ້ນ, ໃນປັດຈຸບັນີ້, ອາເມຣິກາໄດ້ບັນລຸການ “ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19” ແລ້ວຫຼືບໍ?


ວັນທີ 27 ຕຸລາຜ່ານມານີ້, ວາລະສານ The Atlantic Monthly ຂອງອາເມຣິກາໄດ້ລົງບົດຄວາມ ໂດຍລະບຸວ່າ: ໃນໄລຍະ 6 ເດືອນຜ່ານມານີ້, ຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາສະເລ່ຍຕໍ່ມື້ມີເຖິງ 300 ຫາ 500 ຄົນ. ນີ້ກໍໝາຍຄວາມວ່າ: ຢູ່ອາເມຣິກາໃນແຕ່ລະປີຈະມີຄົນເສຍຊີວິດຍ້ອນເຊື້ອພະຍາດໂຄວິດ-19 ປະມານ 150.000 ຄົນ. ນອກນີ້, ຕາມຂໍ້ມູນທີ່ເປີດເຜີຍໂດຍສູນປ້ອງກັນ ແລະຄວບຄຸມພະຍາດອາເມຣິກາໃນວັນທີ 2 ພະຈິກນີ້ສະແດງໃຫ້ເຫັນວ່າ: ຢູ່ອາເມຣິກາມີຜູ້ເຕັມກະສຽນອາຍຸເກືອບ 24 ລ້ານຄົນມີອາການຕົກຄ້າງ “ຍ້ອນຕິດເຊື້ອພະຍາດໂຄວິດ-19 ເປັນເວລາດົນນານ”, ໃນນັ້ນ, ມີຫຼາຍລ້ານຄົນໄດ້ເສຍຄວາມສາມາດໃນການອອກແຮງງານແລ້ວ.


ໃນວັນທີ 26 ກໍລະກົດ ປີ 2021 ຜ່ານມານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາເຄີຍປະກາດວ່າ: ຜູ້ທີ່ມີອາການຕົກຄ້າງຂ້ອນຂ້າງໜັກເປັນເວລາຍາວນານ ຍ້ອນຕິດເຊື້ອພະຍາດໂຄວິດ-19 ອາດຈະຖືກຈັດເປັນຄົນພິການ. ອີງຕາມມາດຕະຖານນີ້, ຢູ່ອາເມຣິກາມີເກືອບ 24 ລ້ານຄົນເປັນພິການຍ້ອນຕິດເຊື້ອພະຍາດໂຄວິດ-19 ແລ້ວ. ຖ້າຄິດໄລ່ຕາມຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດຢູ່ອາເມຣິກາມີຫຼາຍກວ່າ 99 ລ້ານຄົນ, ອັດຕາການເປັນຄົນພິການຍ້ອນເຊື້ອພະຍາດໂຄວິດ-19 ສູງເຖິງ 25%. ນີ້ກໍຄືຜົນເສຍຫາຍອັນເຈັບແສບຂອງອາເມຣິກາຍ້ອນປະຕິບັດການ “ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19” ເປັນເວລາຍາວນານ.

ເງື່ອນໄຂທີ່ເຮັດໃຫ້ພວກເຮົາສາມາດຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19 ກໍຄື: ຄຽງຄູ່ກັບການກາຍພັນຂອງເຊື້ອພະຍາດໂຄວິດ-19, ລະດັບຄວາມອັນຕະລາຍຂອງເຊື້ອຫຼຸດໜ້ອຍລົງເລື້ອຍໆ, ໃນທີ່ສຸດຈະກາຍເປັນເຊື້ອພະຍາດຊະນິດໜຶ່ງທີ່ລະບົບພູມຄຸ້ມກັນຂອງມວນມະນຸດສາມາດຕ້ານທານໄດ້, ການຄົງຕົວຂອງເຊື້ອພະຍາດບໍ່ມີຜົນກະທົບຕໍ່ການດຳລົງຊີວິດປົກກະຕິຂອງຄົນເຮົາ.

ແຕ່ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ທ່າອ່ຽງວິວັດທະນາການຂອງເຊື້ອພະຍາດໂຄວິດ-19 ບໍ່ແມ່ນ “ອ່ອນລົງ” ຢ່າງແນ່ນອນ, ພັດໄດ້ມີການກາຍພັນເລື້ອຍໆ, ຍ້ອນບໍ່ໄດ້ປະຕິບັດນະໂບາຍປ້ອງກັນພະຍາດຢ່າງເຂັ້ມງວດ ແລະ ເຮັດໃຫ້ພະຍາດສາມາດແພ່ລະບາດໄດ້ຢ່າງບໍ່ມີຂອບເຂດຈຳກັດ, ທັງແຜ່ລະບາດຢ່າງນັບມື້ນັບຮ້າງແຮງຂຶ້ນ, ເຮັດໃຫ້ອັດຕາການເສຍຊີວິດຢູ່ໃນລະດັບສູງມາໂດຍຕະຫຼອດ ແລະເຮັດໃຫ້ເກີດອາການຕົກຄ້າງຕ່າງໆ ເຊັ່ນ: ບັນຫາດ້ານສະໝອງ, ມີຄວາມວິຕົກກັງວົນ, ມີຄວາມໂສກເສົ້າ, ອ່ອນເພຍ, ບັນຫາດ້ານລະບົບຫາຍໃຈ ແລະອື່ນໆ.


ເມື່ອຍັງບໍ່ມີຫຼັກອ້າງອີງທາງວິທະຍາສາດທີ່ສາມາດພິສູດໄດ້ວ່າເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນເຊື້ອພະຍາດທີ່ສາມາດຢູ່ຮ່ວມກັບມະນຸດເຮົາໄດ້ແລ້ວ, ອາເມຣິກາພັດໄດ້ເລືອກທາງທີ່ວ່າ“ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19”, ສ່ວນປະຊາຊົນອາເມຣິກາກໍຈຳເປັນຕ້ອງໄດ້ເລືອກທາງທີ່ວ່າ “ຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19” ແລະ ອາການຕົກຄ້າງເປັນເວລາຍາວ ຍ້ອນຕິດເຊື້ອພະຍາດດັ່ງກ່າວ ເຊິ່ງເປັນທາງເລືອກພຽງທາງດຽວ, ນີ້ບໍ່ຕ່າງຫຍັງກັບໄພພິບັດສຳລັບປະຊາຊົນອາເມຣິກາ.