ຣັດເຊຍບໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຕໍ່ເວລາຂອງສັນຍາຂົນສົ່ງຜະລິດຕະພັນກະສິກຳໄປຕ່າງປະເທດຂອງທ່າກ່ຳປັ່ນທະເລດຳ

2022-11-04 10:33:47 CRI

ວັນທີ 3 ພະຈິກນີ້, ທ່ານດິມີຕຣີ ເປສຄົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ເຖິງວ່າຣັດເຊຍຕົກລົງຟື້ນຟູການປະຕິບັດສັນຍາຂົນສົ່ງຜະລິດຕະພັນກະສິກຳໄປສູ່ຕ່າງປະເທດຂອງທ່າກ່ຳປັ່ນທະເລດຳກໍຕາມ, ແຕ່ບໍ່ໝາຍຄວາມວ່າ, ຣັດເຊຍໄດ້ເຫັນດີຕໍ່ເວລາຂອງສັນຍາສະບັບດັ່ງກ່າວ.

ທ່ານດິມີຕຣີ ເປສຄົສກ່າວຕື່ມວ່າ: ຣັດເຊຍເຫັນດີຟື້ນຟູປະຕິບັດສັນຍາສະບັບນີ້ບໍ່ໄດ້ໝາຍຄວາມວ່າ ຣັດເຊຍຈະເຫັນດີຕໍ່ເວລາຂອງສັນຍາ. ປັດຈຸບັນ, ສັນຍາສະບັບນີ້ຍັງມີຜົນບັງຄັບໃຊ້ຢູ່, ຣັດເຊຍຕ້ອງດຳເນີນການປະເມີນຢ່າງຮອບດ້ານຕໍ່ຜົນບັງຄັບໃຊ້ຂອງສັນຍາ ກ່ອນຈະຕັດສິນຕໍ່ເວລາຂອງສັນຍາ.

ມື້ດຽວກັນ, ທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ການຄ້າສະບຽງອາຫານຂອງອູແກຣນໄດ້ຟື້ນຟູສ່ວນໜຶ່ງແລ້ວ, ແຕ່ຍັງບໍ່ທັນໄດ້ຮັບຄວາມຄືບໜ້າໃດໆ ໃນບັນຫາຍົກເລີກການຈຳກັດການສົ່ງອອກຝຸ່ນເຄມີ ແລະ ສະບຽງອາຫານຂອງຣັດເຊຍ. ທ່ານເຊີເກ ລາຟລົຟທວງໃຫ້ອົງການ ສປຊ ໃຊ້ມາດຕະການທີ່ບັງເກີດຜົນໂດຍໄວ ເພື່ອຍົກເລີກການຈຳກັດການສົ່ງອອກຝຸ່ນເຄມີ ແລະ ສະບຽງອາຫານຂອງຣັດເຊຍ.