ຈຸນັກບິນອະວະກາດປະຈຳພາລະກິດເສີນໂຈ່ວ 14 ເຂົ້າສູ່ຫ້ອງທົດລອງເມິ້ງທ່ຽນຢ່າງສຳເລັດຜົນ

2022-11-04 13:56:06 cri

ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງຂ່າວວ່າ: ເວລາ 15 ໂມງ 12 ນາທີຂອງວັນທີ 3 ພະຈິກ 2022 ນີ້ຕາມເວລາປັກກິ່ງ, ຈຸນັກບິນອະວະກາດປະຈຳພາລະກິດເສີນໂຈ່ວ-14 ໄດ້ເຂົ້າສູ່ຫ້ອງທົດລອງເມິ້ງທ່ຽນຢ່າງສຳເລັດຜົນ.

ໃນໄລຍະຕໍ່ໄປ, ຈຸນັກບິນອະວະກາດປະຈຳພາລະກິດເສີນໂຈ່ວ 14 ຈະຕ້ອນຮັບການຢ້ຽມຢາມຂອງຍານອະວະກາດຂົນສົ່ງເຄື່ອງທ່ຽນໂຈ່ວ 5 ແລະຍານອະວະກາດບັນທຸກຄົນເສີນໂຈ່ວ 15 ຕາມລຳດັບຢູ່ສະຖານີອະວະກາດຂອງຈີນ. ຮອດເວລານັ້ນ, ຈຸນັກບິນອະວະກາດປະຈຳພາລະກິດເສີນໂຈ່ວ 14 ກັບຈຸນັກບິນອະວະກາດປະຈຳພາລະກິດເສີນໂຈ່ວ 15 ຈະສຳເລັດການປ່ຽນຝຽນກັນໃນວົງໂຄຈອນເປັນຄັ້ງທຳອິດໃນປະຫວັດສາດການບິນອະວະກາດຂອງຈີນ.