ຍອດມູນຄ່າສົ່ງອອກ-ນຳເຂົ້າດ້ານການບໍລິການຂອງຈີນໃນ 3 ໄຕມາດຂອງປີນີ້ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

2022-11-04 14:00:16 cri

ວັນທີ 3 ພະຈິກນີ້, ກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນຫຼ້າສຸດໃຫ້ຮູ້ວ່າ: ໃນເດືອນມັງກອນຫາເດືອນກັນຍາປີ 2022 ນີ້, ການຄ້າການບໍລິການຂອງຈີນສືບຕໍ່ຮັກສາການເພີ່ມຂຶ້ນ ໂດຍຍອດມູນຄ່າການນຳເຂົ້າ ແລະສົ່ງອອກການບໍລິການຂອງຈີນບັນລຸເຖິງ 4.472,27 ຕື້ຢວນ ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນ 3 ໄຕມາດທຳອິດຂອງປີ 2022 ນີ້, ຍອດມູນຄ່າສົ່ງອອກການບໍລິການຂອງຈີນບັນລຸເຖິງ 2.148,02 ຕື້ຢວນ ເພີ່ມຂຶ້ນ 20,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ສ່ວນຍອດມູນຄ່າການນຳເຂົ້າບໍລິການຂອງຈີນບັນລຸເຖິງ 2.324,26 ຕື້ຢວນ ເພີ່ມຂຶ້ນ 16,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນເດືອນມັງກອນຫາເດືອນກັນຍາປີ 2022 ນີ້, ການນຳເຂົ້າ ແລະສົ່ງອອກການບໍລິການແບບມີຄວາມຮູ້ວິຊາການບັນລຸເຖິງ 1.864,87 ຕື້ຢວນ ເພີ່ມຂຶ້ນ 10,2%; ການນຳເຂົ້າ ແລະສົ່ງອອກການບໍລິການດ້ານການທ່ອງທ່ຽວບັນລຸເຖິງ 623,66 ຕື້ຢວນ ເພີ່ມຂຶ້ນ 7,4%.