ທ່ານຫຼີສຽງເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5

2022-11-05 14:02:33 CRI

 

ຕາມຂ່າວCRI: ວັນທີ 4 ພະຈິກນີ້, ຢູ່ທີ່ນະຄອນຊຽງໄຮ້, ທ່ານຫຼີສຽງ, ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5.

 

ທ່ານຫຼີສຽງໄດ້ຊີ້ອອກວ່າ: ຄຳປາໄສທີ່ສຳຄັນຂອງທ່ານປະທານສີຈິ້ນຜິງໄດ້ຢືນຢັນຕໍ່ບົດບາດທີ່ສຳຄັນແລະຜົນສຳເລັດທີ່ອຸດົມສົນບູນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ໂດຍເນັ້ນໜັກວ່າຈີນຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດໃນການເປີດປະຕູສູ່ພາຍນອກ, ໄດ້ບັນລະຍາຍມາດຕະການເປີດປະຕູສູ່ພາຍນອກທີ່ຈີນຖືການພັດທະນາໃໝ່ເພື່ອສະໜອງໂອກາດໃໝ່ໃຫ້ແກ່ທົ່ວໂລກ, ໄດ້ເພີ່ມພະລັງທາງບວກທີ່ເຂັ້ມແຂງເຂົ້າໃນການສ້າງສາເສດຖະກິດໂລກແບບເປີດກວ້າງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ເນັ້ນໜັກວ່າ, ຈີນຈະຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ. ຢູ່ບົນຂະບວນການໃໝ່, ປະຕູແຫ່ງການເປີດກວ້າງຂອງຈີນມີພຽງແຕ່ຈະນັບມື້ນັບກວ້າງອອກເທົ່ານັ້ນ. ພວກເຮົາຕ້ອງກຳແໜ້ນທ່າອ່ຽງລວມແຫ່ງການພັດທະນາເສດຖະກິດໂລກາພິວັດ, ຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ, ສ້າງອະນາຄົດທີ່ດີງາມຮ່ວມກັນດ້ວຍການເປີດກວ້້າງແລະການຮ່ວມມື. 




ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ