ທ່ານສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

2022-11-05 13:59:28 CRI

 

ຕອນເຊົ້າວັນທີ 4 ພະຈິກ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນທີ່ເດີນທາງມາຢ້ຽມຢາມປະເທດຈີນຢ່າງເປັນທາງການ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງແມ່ນຖືກທຳລາຍໄດ້ຢ່າງງ່າຍດາຍ, ແຕ່ການສ້າງສາຄືນໃໝ່ພັດຍາກຫຼາຍ, ຈຶ່ງຕ້ອງການສອງຝ່າຍປົກປັກຮັກສາຮ່ວມກັນ. ຈີນ-ເຢຍລະມັນຄວນເຄົາລົບນັບຖືເຊິ່ງກັນແລະກັນ, ເອົາໃຈໃສ່ຜົນປະໂຫຍດໃຈກາງຂອງກັນແລະກັນ, ຍຶດໝັ້ນການປຶກສາຫາລືແລະ ສົນທະນາກັນ, ຮ່ວມກັນຕໍ່ຕ້ານປັດໄຈລົບກວນຕ່າງໆເຊັ່ນ: ການເປັນປໍລະປະກັນລະຫວ່າງຝ່າຍ, ການຫັນເປັນຮູບຖານຈິດສຳນຶກແລະປັດໄຈອື່ນໆ. ນະໂຍບາຍຕໍ່ເຢຍລະມັນຂອງຈີນມີລັກສະນະໝັ້ນທ່ຽງແລະຕໍ່ເນື່ອງໃນລະດັບສູງ, ຫວັງວ່າເຢຍລະມັນກໍຈະປະຕິບັດນະໂຍບາຍທີ່ຕັ້ງໜ້າຕໍ່ຈີນເຊັ່ນດຽວກັນ, ບັນລຸໃຫ້ສອງປະເທດຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ. ຫວັງວ່າເຢຍລະມັນຈະຮ່ວມກັນກັບຈີນຄັດຄ້ານລັດທິປົກປ້ອງ, ເຮັດໃຫ້ໝາກຜົນການຮ່ວມມືລະຫວ່າງສອງປະເທດສ້າງຜົນປະໂຫຍດໃຫ້ກັບປະຊາຊົນສອງຊາດດີກວ່າເກົ່າ.


 


ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ການພົວພັນລະຫວ່າງຈີນ-ເອີຣົບກ່ຽວພັນເຖິງສະຖຽນລະພາບຂອງສະພາບການທົ່ວໂລກແລະຄວາມຈະເລີນຮຸ່ງເຮືອງຂອງແຜ່ນດິນໃຫຍ່ອາຊີເອີຣົບ, ເປັນໜ້າໃຫ້ສອງຝ່າຍສຸມຄວາມພະຍາຍາມປົກປັກຮັກສາໃຫ້ດີ, ພັດທະນາໃຫ້ດີ. ຈີນຖືທະວີບເອີຣົບເປັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນໃຫ້ສະຫະພາບເອີຣົບເປັນເຈົ້າຕົນເອງດ້ານຍຸດທະສາດ, ຫວັງວ່າເອີຣົບມີສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງ, ຍຶດໝັ້ນໃຫ້ການພົວພັນລະຫວ່າງຈີນ-ເອີຣົບບໍ່ແນໃສ່, ບໍ່ເພິ່ງອາໄສ, ບໍ່ຖືກຄວບຄຸມໂດຍຝ່າຍທີ 3.