ບຸກຄົນຫຼາຍປະເທດໃນເອີຣົບເຫັນວ່າ ການທີ່ທ່ານໂຊນສຢ້ຽມຢາມຈີນຈະເພີ່ມທະວີສາຍພົວພັນຈີນ-ເຢຍລະມັນ ແລະສາຍພົວພັນຈີນ-ເອີຣົບ

2022-11-05 15:10:08 cri



 ວັນທີ 4 ພະຈິກ 2022, ທ່ານໂອລັຟ ໂຊນສ ນາຍົກລັດຖະ ມົນຕີເຢຍລະມັນໄດ້ເດີນທາງໄປຢ້ຽມຢາມປະເທດຈີນເປັນຄັ້ງທຳອິດ ພ້ອມທັງ ໄດ້ພົບປະກັບຜູ້ນຳຈີນ. ບຸກຄົນຫຼາຍປະເທດໃນເອີຣົບເຫັນວ່າ: ພາຍໃຕ້ສະພາບການສາກົນທີ່ຜັນແປຢ່າງວ່ອງໄວໃນປັດຈຸບັນ, ການຢ້ຽມຢາມ ຈີນຂອງທ່ານ ໂຊນສເທື່ອນີ້ຈະຊ່ວຍເພີ່ມທະວີສາຍພົວພັນຈີນ-ເຢຍລະມັນ ແລະສາຍພົວພັນຈີນ-ເອີຣົບ.

ທ່ານຣູດົຟ  ຊາຣປິງ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດເຢຍ ລະມັນ, ອະດີດປະທານພັກປະຊາທິປະໄຕສັງຄົມເຢຍລະມັນໄດ້ລົງພິມບົດຄວາມໃນເວັບໄຊຊີເຊໂຣ ວາລະສານການເມືອງເຢຍລະມັນໃນວັນທີ 3 ພະຈິກນີ້ໂດຍ ຢືນຢັນວ່າ: ການພົບປະລະຫວ່າງຜູ້ນຳເຢຍລະມັນ-ຈີນຢູ່ທີ່ນະຄອນຫຼວງປັກກິ່ງ ບໍ່ວ່າຈະເວົ້າສຳລັບຜົນປະໂຫຍດຂອງເຢຍລະມັນຫຼືເອີຣົບແລ້ວລ້ວນແຕ່ມີຄວາມສຳຄັນຫຼາຍ.

ຜູ້ຕິດຕາມທ່ານໂຊນສເດີນທາງໄປຢ້ຽມຢາມຈີນໃນເທື່ອນີ້ຍັງລວມເຖິງ ຜູ້ນຳວົງການທຸລະກິດຊັ້ນສູງເຢຍລະມັນຫຼາຍທ່ານ. ທ່ານມາຕິນ ບຣູເດີມ ມູເລີ  ປະທານຄະນະບໍລິຫານງານບໍລິສັດBASFປະຈຳເອີຣົບ ເຊິ່ງເປັນບໍລິສັດອຸດສາ ຫະກຳເຄມີລາຍໃຫຍ່ຂອງເຢຍລະມັນໄດ້ໃຫ້ສຳພາດຕໍ່ສື່ມວນຊົນໂດຍຢືນຢັນວ່າ: ການຢ້ຽມຢາມປະເທດຈີນເປັນສັນຍານທີ່ດີອັນໜຶ່ງ. ຕາມຂ່າວແຈ້ງວ່າ: ເດືອນ ກັນຍາຜ່ານມານີ້, ກຸ່ມບໍລິສັດBASFໄດ້ຈັດພິທີກໍ່ສ້າງໂຄງການລົງທຶນໃນມູນຄ່າ 10ຕື້ເອີໂຣຢ່າງຮອບດ້ານກໍຄືພິທີເປີດການຜະລິດຂອງອຸປະກອນຊຸດທຳອິດຢູ່ ນະຄອນຈ້ານຈ່ຽງແຂວງກວາງຕຸ້ງ ສປ ຈີນ ເຊິ່ງສະແດງໃຫ້ເຫັນວ່າ ບໍລິສັດນີ້ໃຫ້ຄວາມສຳຄັນທີ່ສຸດຕໍ່ຕະຫຼາດຈີນ.

   ທ່ານຟາບີໂອ ມາຊີໂມ ປາເຣັນຕີ ສາສະດາຈານເສດຖະສາດການ ເມືອງສາກົນຂອງອີຕາລີ ໄດ້ກ່າວວ່າ: ນີ້ແມ່ນຜູ້ນຳປະເທດເອີຣົບເດີນທາງໄປ ຢ້ຽມຢາມຈີນ ເປັນຄັ້ງທຳອິດນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ເຊິ່ງໄດ້ສົ່ງສັນຍານທີ່ການເຄື່ອນໄຫວການຕ່າງປະເທດ ແລະການ ໄປມາຫາສູ່ກັນດ້ານການເມືອງລະຫວ່າງຈີນ-ເອີຣົບໄດ້ຟື້ນຟູຄືນສູ່ປົກກະຕິ. ເຢຍ ລະມັນໄດ້ນຳໃຊ້ການກະທຳຕົວຈິງມາສະແດງໃຫ້ເຫັນວ່າ: ສາຍພົວພັນຈີນ -ເອີຣົບບໍ່ຄວນຖືກທຳລາຍຢ່າງເດັດຂາດ, ມີພຽງແຕ່ເພີ່ມທະວີການຕິດຕໍ່ພົວພັນ ກັບຈີນເທົ່ານັ້ນ, ເອີຣົບຈິ່ງຈະສາມາດຜ່ານຜ່າວິກິດການດ້ານເສດຖະກິດ ແລະພະລັງງານ ພ້ອມທັງກັບຄືນສູ່ວົງໂຄຈອນທີ່ພັດທະນາແບບຍືນຍົງໄດ້.