
ວັນທີ 4 ພະຈິກ 2022ນີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນ ໄດ້ເຜີຍແຜ່ປຶ້ມປົກຂາວ “ເປີຍໂຕຈີນໃນຍຸກໃໝ່” ໂດຍໄດ້ແນະນຳ ໃຫ້ຮູ້ກ່ຽວກັບຜົນສຳເລັດດ້ານການພັດທະນາແລະວິໄສທັດໃນອະນາຄົດຂອງລະບົບນຳທາງດ້ວຍທາວທຽມເປີຍໂຕຂອງຈີນ ພ້ອມທັງແບ່ງປັນແນວຄວາມຄິດການ ພັດທະນາ ແລະບົດຮຽນຕົວຈິງຂອງລະບົບນຳທາງດ້ວຍດາວທຽມເປີຍໂຕຈີນ.

ປຶ້ມປົກຂາວໄດ້ລະບຸວ່າ: ລະບົບນຳທາງດ້ວຍດາວທຽມເປີຍໂຕເປັນ ລະບົບນຳທາງດ້ວຍດາວທຽມທີ່ຈີນສ້າງຂຶ້ນດ້ວຍຕົນເອງແລະປະຕິບັດການຢ່າງເປັນອິດສະຫຼະໂດຍສຸມໃສ່ຄວາມຮຽກຮ້ອງຕ້ອງການດ້ານຄວາມໝັ້ນຄົງແຫ່ງຊາດແລະການພັດທະນາເສດຖະກິດສັງຄົມ. ທ່ານຢານເສີງສີ ຫົວໜ້າຫ້ອງ ການຄຸ້ມຄອງລະບົບນຳທາງດ້ວຍດາວທຽມຈີນ, ໂຄສົກລະບົບນຳທາງດ້ວຍ ດາວທຽມເປີຍໂຕໄດ້ເປີດເຜີຍໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວວ່າ: ນັບແຕ່ເປີດ ນຳໃຊ້ລະບົບດາວທຽມນຳທາງເປີີຍໂຕ-3 ເປັນຕົ້ນມາ, ລະບົບດັ່ງກ່າວ ໄດ້ປະຕິບັດການຢ່າງຕໍ່ເນື່ອງ,ໝັ້ນທ່ຽງ ແລະໄວ້ໃຈໄດ້, ມີຄຸນນະພາບການ ບໍລິການລະດັບແຖວໜ້າຂອງໂລກ.
ປຶ້ມປົກຂາວຍັງລະບຸຕື່ມວ່າ: ຈີນໄດ້ຍຶດໝັ້ນແນວຄວາມຄິດທີ່ເປີດກວ້າງ ແລະເຊື່ອມໂຍງເຂົ້າກັນຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຊຸກຍູ້ຂະບວນການຫັນ ເປັນລະດັບສາກົນຂອງລະບົບນຳທາງເປີຍໂຕຢ່າງບໍ່ຢຸດຢັ້ງ. ທ່ານຢານເສີງສີໃຫ້ຮູ້ຕື່ມວ່າ: ຜະ ລິດຕະພັນລະບົບນຳທາງເປີຍໂຕໄດ້ຖືກນຳໃຊ້ໃນປະເທດແລະເຂດແຄວ້ນກວ່າເຄິ່ງໜຶ່ງໃນໂລກ, ໄດ້ສົ່ງອອກຜະລິດຕະພັນທີ່ມີຈຳນວນປະເພດຫຼາຍກວ່າເກົ່າ ແລະຂົງເຂດການນຳໃຊ້ກໍໄດ້ເປີດກວ້າງອອກຢ່າງບໍ່ຢຸດຢັ້ງ.