ຈີນຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຈະສ້າງອະນາຄົດການພັດທະນາທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອີຕາລີ

2022-11-05 17:16:10 cri

   ວັນທີ3ພະຈິກນີ້,ທ່ານ ຢາວຫຼູເຈ ຫົວໜ້າຜູ້ແທນສຳນັກງານຄະນະກຳມະການສົ່ງເສີມການຄ້າສາກົນຈີນແລະສະພາການຄ້າສາກົນຈີນປະຈຳອີຕາລີໄດ້ໃຫ້ສຳພາດຕໍ່ສື່ມວນຊົນໂດຍກ່າວວ່າ: ມາດຕະການຕ່າງໆເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງທີ່ສະເໜີອອກໃນບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນ ຈະສ້າງອະນາຄົດການພັດທະນາທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອີຕາລີ ໂດຍສະເພາະແມ່ນຈີນກັບເອີຣົບ.


   ທ່ານຢາວຫຼູເຈກ່າວວ່າ: ຈີນຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຈະສະໜອງຕະຫຼາດອັນໃຫຍ່ຫຼວງໃຫ້ແກ່ວິສາຫະກິດອີຕາລີ. ສະພາບການພັດທະນາຂອງຈີນທີ່ການເຄື່ອນໄຫວດ້ານເສດຖະກິດພາຍໃນກັບສາກົນຊ່ວຍຊູຍູ້ໜູນກັນ,ການອອກແຮງຊຸກຍູ້ໃຫ້ການບໍລິໂພກພາຍໃນປະເທດຈີນເຕີບໂຕຂຶ້ນ ພ້ອມດ້ວຍກຸ່ມຄົນລາຍໄດ້ລະດັບກາງທີ່ມີຈຳນວນຫຼວງຫຼາຍຂອງຈີນ ລ້ວນແຕ່ຈະສ້າງໂອກາດໃຫ້ແກ່ວິສາຫະກິດອີຕາລີ. ອີງໃສ່ສະພາບແວດລ້ອມການດຳເນີນທຸລະກິດດ້ວຍທຶນຕ່າງປະເທດທີ່ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ,ວິສາຫະກິດອີຕາລີຢູ່ຈີນສາມາດບຸກເບີກຕະຫຼາດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ໂດຍຜ່ານປະເທດຈີນ,ທັງສາມາດເຕົ້າໂຮມຊັບພະຍາກອນພາຍນອກ ແລະປັບປຸງການຈັດສັນຊັບພະຍາກອນທົ່ວໂລກໃຫ້ດີຂຶ້ນ.