PMI ດ້ານອຸດສາຫະກຳການຜະລິດທົ່ວໂລກໃນເດືອນຕຸລາຜ່ານມາໄດ້ຫຼຸດລົງຮອດລະດັບຕ່ຳກວ່າ 50%

2022-11-06 11:43:47 cri

      ວັນທີ 6 ພະຈິກນີ້, ສະຫະພັນຈັດຊື້ແລະຈໍລະຈອນສິນຄ້າຈີນໄດ້ເປີດເຜີຍດັດຊະນີຜູ້ຈັດການຈັດຊື້ຫຼື PMI ໃນດ້ານອຸດສາຫະກຳການຜະລິດຂອງໂລກໃນເດືອນຕຸລາຜ່ານມາ. ເບິ່ງຈາກທ່າອ່ຽງການພັດທະນາຂອງດັດຊະນີດັ່ງກ່າວແລ້ວໄດ້ເຫັນວ່າ, PMI ໃນດ້ານອຸດສາຫະກຳການຜະລິດຂອງໂລກໄດ້ຫຼຸດລົງຮອດລະດັບທີ່ຕ່ຳກວ່າ 50%, ເບິ່ງໂດຍລວມແລ້ວ, ສາມາດຢືນຢັນໄດ້ໃນຂັ້ນພື້ນຖານວ່າເສດຖະກິດໂລກໃນປັດຈຸບັນພວມຊຸດໂຊມລົງ.

      ໂດຍຜະເຊີນໜ້າກັບບັນຫາຕ່າງໆທີ່ມີລັກສະນະທົ່ວໂລກເຊັ່ນ: ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19,ລາຄາສິນຄ້າລາຍໃຫຍ່ເໜັງຕີງ,ໄພເງິນເຟີ້, ວິກິດການໜີ້ສິນແລະບັນຫາອື່ນໆ, ຜູ້ຊ່ຽວຊານໄດ້ສະເໜີໃຫ້ບັນດາປະເທດຕ້ອງຮ່ວມກັນຮັບມືກັບບັນຫາເຫຼົ່ານີ້,ຜ່ານການລົງເລິກການຮ່ວມມືທາງດ້ານເສດຖະກິດໃນຂົງເຂດຕ່າງໆ,ເພີ່ມທະວີຄວາມໝັ້ນໜຽວຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ການຜະລິດຂອງໂລກ,ຈຶ່ງຈະສາມາດບັນລຸການຟື້ນຕົວຄືນຂອງເສດຖະກິດໂລກຢ່າງໝັ້ນທ່ຽງ.