ທ່ານສີຈີ້ນຜິງກ່າວຄຳປາໄສໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ເຮັດໃຫ້ “ເພື່ອນເກົ່າ” ມີຈິດໃຈຫ້າວຫັນ

2022-11-06 11:52:49 CRI

    ວັນທີ 4 ພະຈິກນີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮໂດຍຜ່ານທາງວີດີໂອ ແລະ ໄດ້ກ່າວຄຳປາໄສພາຍໃຕ້ຫົວຂໍ້: “ພ້ອມກັນສ້າງອະນາຄົດອັນສົດໃສທີ່ເປີດປະຕູສູ່ພາຍນອກ ແລະ ຈະເລີນຮຸ່ງເຮືອງ”. ນັກທຸລະກິດຕ່າງປະເທດຫຼາຍທ່ານທີ່ເຄີຍເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນທຸກຄັ້ງທີ່ຜ່ານມາໄດ້ຍ້ອງຍໍຄຳໝັ້ນສັນຍາຂອງທ່ານສີຈີ້ນຜິງກ່ຽວກັບຈະເປີດປະຕູສູ່່ພາຍນອກໃກ້ກວ້າງກວ່າເກົ່າຕື່ມອີກ, ຄອງຄອຍການຊົມໃຊໂອກາດທີ່ມາຈາກການພັດທະນາທີ່ມີຄຸນນະພາບສູງ ແລະ ການເປີດປະຕູສູ່ພາຍນອກຂອງຈີນຮ່ວມກັນ.



    ບໍລິສັດຄຸມຫຸ້ນພານາໂຊນິກຍີ່ປຸ່ນ ໄດ້ສ້າງຕັ້ງວິສາຫະກິດຮ່ວມທຶນຢູ່ຈີນນັບແຕ່ປີ 1987 ແລະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນເວລາ 5 ປີຢ່າງລຽນຕິດ. ທ່ານໂຮມາ ເທຊູໂຣ ຮອງຜູ້ອຳນວຍການໃຫຍ່ທົ່ວໂລກຂອງບໍລິສັດດັ່ງກ່າວບອກນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ໃນເວລາກ່າວຄຳປາໄສ, ທ່ານປະທານສີຈີ້ນຜິງໄດ້ສົ່ງສັນຍານອັນຈະແຈ້ງທີ່ສຸດ, ຈີນຈະຍຶດໝັ້ນເປີດປະຕູສູ່ພາຍນອກ ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ນີ້ໄດ້ເຮັດໃຫ້ຕົນເອງທີ່ເປັນຜູ້ດຳເນີນທຸລະກິດຂອງວິສາຫະກິດຕ່າງປະເທດຜູ້ໜຶ່ງນັ້ນຮູ້ສຶກມີຈິດໃຈຫ້າວຫັນທີ່ສຸດ.



     ທ່ານມູຣັດ ໂກບາຊີ ປະທານສະພາມົນຕີອາຊີ-ປາຊິຟິກຕູຣາເຄຍຂອງຄະນະກຳມະການການພົວພັນເສດຖະກິດຕໍ່ຕ່າງປະເທດຂອງຕູຣາເຄຍກໍ່ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນເວລາ 5 ປີຢ່າງລຽນຕິດເຊັ່ນກັນ, ທ່ານກ່າວວ່າ: ນັບແຕ່ງານວາງສະແດງຄັ້ງທຳອິດເປັນຕົ້ນມາ, ໄດ້ມີວິສາຫະກິດດີເດັ່ນຂອງຕູຣາເຄຍເກືອບຮ້ອຍແຫ່ງເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໂດຍບັນລຸການສົ່ງອອກສິນຄ້າຕໍ່ຈີນທີ່ມີມູນຄ່າ 500 ລ້ານກວ່າໂດລາ. ຈີນໄດ້ສະໜອງມາດຕະການສະໜັບສະໜູນຈຳນວນຫຼາຍຕໍ່ນັກທຸລະກິດຕູຣາເຄຍທີ່ເຂົ້າຮ່ວມງານວາງສະແດງ.



    ທ່ານໂຮເຊວ ອິກນາຊີວ ກົງສຸນໃຫຍ່ຟິລິບປິນປະຈຳຊຽງໄຮກ່າວວ່າ: ຈີນໄດ້ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຟິລິບປິນເປັນເວລາຫຼາຍປີຢ່າງລຽນຕິດແລ້ວ, ຫວັງວ່າໂດຍຜ່ານງານວາງສະແດງສິນຄ້ານຳເຂົ້າສາກົນຈີນປີນີ້ ຈະສືບຕໍ່ຈຳໜ່າຍເຄື່ອງກິນເຄື່ອງດື່ມຂອງຟິລິບປິນຫຼາຍກວ່າເກົ່າ.


    ຂ່າວແຈ້ງວ່າ, ໄດ້ມີ 145 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້,ໃນນັ້ນ 66 ປະເທດ ແລະ 3 ອົງການຈັດຕັ້ງສາກົນໄດ້ເປີດຮ້ານວາງສະແດງສັງລວມແຫ່ງຊາດ,  ວິສາຫະກິດທີ່ເຂັ້ມແຂງຈຳນວນ 284 ແຫ່ງໄດ້ເຂົ້າຮ່ວມງານວາງສະແດງສຳລັບວິສາຫະກິດ, ອັດຕາການເຂົ້າຮ່ວມຄືນໃໝ່ສູງເຖິງເກືອບ 90%.