ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນພິທີໄຂກອງປະຊຸມຝ່າຍເຊັນສົນທິສັນຍາວ່າດ້ວຍດິນທາມຄັ້ງທີ 14

2022-11-06 11:42:43 cri

      ວັນທີ 5 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມມຝ່າຍເຊັນສົນທິສັນຍາວ່າດ້ວຍດິນທາມຄັ້ງທີ 14 ທີ່ຈັດຂຶ້ນຢູ່ນະຄອນອູຮັ້ນແຂວງຮູເປີຍປະເທດຈີນຜ່ານທາງວິດີໂອພ້ອມທັງກ່າວຄຳປາໄສໃນພິທີໄຂ.

      ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ການອະນຸລັກດິນທາມຂອງຈີນໄດ້ຮັບໝາກຜົນທີ່ມີລັກສະນະປະຫວັດສາດ,ໄດ້ສ້າງລະບົບລະບຽບການອະນຸລັກ,ໄດ້ສ້າງ “ກົດໝາຍວ່າດ້ວຍການອະນຸລັກດິນທາມ”. ຈີນຈະສ້າງການຫັນເປັນຄວາມທັນສະໄໝທີ່ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງມີຄວາມກົມກຽວກັນ,ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງວຽກງານອະນຸລັກດິນທາມ. ຈີນໄດ້ວາງ “ແຜນການກ່ຽວກັບການຈັດວາງພື້ນທີ່ຂອງສວນສາທາລະນະແຫ່ງຊາດ”,ໂດຍຈະສ້າງສວນສາທາລະນະແຫ່ງຊາດງວດໜຶ່ງຕາມໆກັນ,ຈັດເອົາດິນທາມທີ່ມີເນື້ອທີ່ປະມານ 11 ລ້ານເຮັກຕາເຂົ້າໃນລະບົບສວນສາທາລະນະແຫ່ງຊາດ,ປະຕິບັດແຜນການອະນຸລັກດິນທາມທົ່ວປະເທດແລະໂຄງການທີ່ໃຫຍ່ຫຼວງກ່ຽວກັບການອະນຸລັກດິນທາມ.