ຈັດເວທີປຶກສາຫາລືນັກວິທະຍາສາດຍອດຢ້ຽມຂອງໂລກຄັ້ງທີ 5 ຢູ່ນະຄອນຊຽງໄຮ

2022-11-06 16:10:09 CRI


    ວັນທີ 6 ພະຈິກນີ້, ພິທີໄຂເວທີປຶກສາຫາລືນັກວິທະຍາສາດຍອດຢ້ຽມຂອງໂລກຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ. ເວທີປຶກສາຫາລືຄັ້ງນີ້ຈັດຂຶ້ນໂດຍສະມາຄົມນັກວິທະຍາສາດຍອດຢ້ຽມໂລກ, ສະມາຄົມເຕັກນິກວິທະຍາສາດເຕັກໂນໂລຊີຈີນ ແລະ ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG. ຜູ້ຮັບລາງວັນໂນແບນ27 ທ່ານ, ຜູ້ບັນດິດຈີນ 30 ກວ່າທ່ານ, ນັກວິທະຍາສາດຊາວໜຸ່ມ 50 ກວ່າທ່ານ ແລະ “ນັກວິທະຍາສາດເດັກນ້ອຍ” 100 ກວ່າຄົນໄດ້ເຂົ້າຮ່ວມເວທີປຶກສາຫາລືໂດຍຜ່ານທາງອອນລາຍ ແລະ ອອຟລາຍ.



    ໃນເວລາກ່າວຄຳປາໄສໃນພິທີໄຂເວທີປຶກສາຫາລື, ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມຂອງສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMGກ່າວວ່າ, ເວທີປຶກສາຫາລືນັກວິທະຍາສາດຍອດຢ້ຽມຂອງໂລກຈະເຊື່ອມຕໍ່ສາຍພັນຂອງປະຊາຄົມຮ່ວມຊາຕາກຳມວນມະນຸດຢ່າງສະໜິດແໜ້ນດ້ວຍກຳລັງວິທະຍາສາດ.



     ໃນພິທີໄຂເວທີປຶກສາຫາລືຍັງໄດ້ຈັດພິທີມອບລາງວັນຂອງສະມາຄົມນັກວິທະຍາສາດຍອດຢ້ຽມໂລກຄັ້ງທຳອິດ.