​ແນວ​ຄວາມ​ຄິດ​ໃໝ່​ໃນ​ຄຳ​ເວົ້າ​ສຳ​ນວນ​ບູ​ຮານ​ຂອງ​ຈີນ: ຍ່າງຕາມສາຍພູສາຍນ້ຳທີ່ຄົດລ້ຽວຄືບໍ່ມີທາງອອກ, ແຕ່ພະຍາຍາມຍ່າງອີກຕໍ່ໄປກໍຈະເຫັນຊ່ອງທ່າງທີ່ແຈ້ງສະຫວ່າງ

2022-11-06 15:57:27 cri


ຕອນຄ່ຳວັນທີ 4 ພະຈິກ 2022, ໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທີ່ໄດ້ຈັດຂຶ້ນຕາມເວລາກຳນົດ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: “ ‘ຍ່າງຕາມສາຍພູສາຍນ້ຳທີ່ຄົດລ້ຽງຄືບໍ່ມີທາງອອກ, ແຕ່ພະຍາຍາມຍ່າງອີກຕໍ່ໄປກໍຈະເຫັນຊ່ອງທາງທີ່ແຈ້ງສະຫວ່າງ’. ເສັ້ນທາງຢູ່ໃຕ້ຕີນ, ແສງສະຫວ່າງກໍຈະຢູ່ທາງໜ້າ. ຈີນຍິນດີຮ່ວມກັບປະເທດຕ່າງໆປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນແຫ່ງການເປີດປະຕູສູ່ພາຍນອກໃຫ້ຫຼາຍກວ່າເກົ່າ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍທີ່ມີຢູ່ໃນການພັດທະນາເສດຖະກິດໂລກ. ໃຫ້ການເປີດປະຕູສູ່ພາຍນອກນຳເອົາອະນາຄົດທີ່ສະຫວ່າງສະໄຫວອັນໃໝ່ມາໃຫ້ການພັດທະນາຂອງໂລກ!”

“ຍ່າງຕາມສາຍພູສາຍນນ້ຳທີ່ຄົດລ້ຽງຄືບໍ່ມີທາງອອກ, ແຕ່ພະຍາຍາມຍ່າງອີກຕໍ່ໄປກໍຈະເຫັນຊ່ອງທາງທີ່ແຈ້ງສະຫວ່າງ.” ແມ່ນຄຳກອນຂອງທ່ານລູ້ໂຢ ນັກວັນນະຄະດີ, ນັກປະຫວັດສາດຂອງຈີນເມື່ອ 800 ກວ່າປີກ່ອນ, ຄຳກອນນີ້ໄດ້ວາດພາບແບບນີ້ ຄື: ໄລຍະການເດີນທາງຜ່ານມາ, ຄົນຄົນໜຶ່ງໄດ້ຂຶ້ນພູລົງຫ້ວຍ, ກຳລັງເປັນຫ່ວງວ່າຈະບໍ່ມີທາງອອກຢູ່ທາງໜ້າອີກ, ຂະນະນີ້ບັງເອີນມີບ້ານພູດອຍແຫ່ງໜຶ່ງປາກົດອອກມາ. ຄົນຮຸ່ນຫຼັງມັກນຳໃຊ້ບົດກອນນີ້ມາປຽບທຽບວ່າ: ບໍ່ມີຄວາມຫຍຸ້ງຍາກໃດແມ່ນບໍ່ສາມາດຜ່ານຜ່າໄດ້, ວິທີແກ້ໄຂມັກຈະຫຼາຍກວ່າຄວາມຫຍຸ້ງຍາກ.



ໂດຍປະເຊີນໜ້າກັບສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາໄດ້ຜັນແປເລັ່ງໄວຂຶ້ນ ແລະການຟື້ນຟູເສດຖະກິດໂລກຂາດແຮງຂັບເຄື່ອນເທົ່າທີ່ຄວນ, ທ່ານສີຈິ້ນຜິງ ໄດ້ນຳໃຊ້ຄຳກອນດັ່ງກ່າວ ເພື່ອຊີ້ໃຫ້ເຫັນທິດທາງອັນແຈ້ງສະຫວ່າງໃນການແກ້ໄຂຄວາມຫຍຸ້ງຍາກຂອງການພັດທະນາ ແລະສະແຫວງຫາຄວາມສຸກທີ່ຊົມໃຊ້ຮ່ວມກັນ, ນັ້ນກໍຄື: ການເປີດປະຕູສູ່ພາຍນອກ.




ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນໄດ້ເນັ້ນໜັກວ່າ: ຈີນຈະຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດໃນການເປີດປະຕູສູ່ພາຍນອກ, ຍຶດໝັ້ນປະຕິບັດຍຸດທະສາດການເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງເດັດດ່ຽວໜຽວແໜ້ນ, ຍຶດໝັ້ນທິດທາງທີ່ຖືກຕ້ອງແຫ່ງເສດຖະກິດໂລກາພິວັດ, ເພີ່ມທະວີປະສິດທິຜົນແຫ່ງການຊ່ວຍຊູຍູ້ໜູນກັນລະຫວ່າງຕະຫຼາດພາຍໃນແລະສາກົນ ກໍຄືລະຫວ່າງສັບພະຍາກອນພາຍໃນແລະສາກົນ ເພື່ອໃຫ້ການພັດທະນາໃໝ່ຂອງຈີນສ້າງໂອກາດໃໝ່ໃຫ້ແກ່ໂລກຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການສ້າງສາເສດຖະກິດໂລກແບບເປີດກວ້າງ.



ປັດຈຸບັນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ກາຍເປັນປ່ອງຢ້ຽມແຫ່ງການສ້າງສະພາບການພັດທະນາແບບໃໝ່, ເປັນເວທີແຫ່ງການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ ແລະເປັນຜະລິດຕະພັນສາທາລະນະສາກົນທີ່ທົ່ວໂລກຊົມໃຊ້ຮ່ວມກັນ. ປີນີ້, ມີວິສາຫະກິດລະດັບແຖວໜ້າ 500 ແຫ່ງຂອງໂລກ ແລະວິສາຫະກິດຫຼັກແຫຼ່ງໃນຂະແໜງການຫຼາຍກວ່າ 280 ແຫ່ງໄດ້ເຂົ້າຮ່ວມງານ, ໃນນີ້, ວິສາຫະກິດເກືອບ 90% ແມ່ນໄດ້ເຂົ້າຮ່ວມງານອີກຄັ້ງໃໝ່.

ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ກ່າວໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ5ວ່າ: ການເປີດປະຕູສູ່ພາຍນອກແມ່ນແຮງຂັບເຄື່ອນທີ່ສຳຄັນໃນການຊຸກຍູ້ຄວາມກ້າວໜ້າຂອງອະລິຍະທຳມວນມະນຸດ, ແມ່ນເສັ້ນທາງທີ່ຕ້ອງເດີນຜ່ານແຫ່ງການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.