ທ່ານວາງຢີ້ລົມກັບລັດຖະມົນຕີການຕ່າງປະເທດສິງກະໂປຜ່ານທາງໂທລະສັບ

2022-11-06 11:58:11 CRI

    ວັນທີ 4 ພະຈິກນີ້, ທ່ານວາງຢີ້ກຳມະການກົມການເມືອງສູນກາງພັກ ທີ່ປຶກສາແຫ່ງລັດ ທັງເປັນລະຖະມົນຕີກະຊວງການຕ່າງປະເທດຈີນໄດ້ລົມກັບທ່ານວິວຽນ ບາລາຄຣີສນານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຜ່ານທາງໂທລະສັບ.



    ທ່ານວ່າງຢີ້ກ່າວວ່າ, ການກ້າວໜ້າໄປພ້ອມກັບຍຸກສະໄໝແມ່ນລັກສະນະພິເສດເດັ່ນຊັດທີ່ສຸດຂອງການພົວພັນຈີນ-ສິງກະໂປ. ຈີນຍິນດີຮ່ວມກັນກັບສິງກະໂປພ້ອມກັນທຳຄວາມພະຍາຍາມ, ເຮັດໃຫ້ການພົວພັນຈີນ-ສິງກະໂປສືບຕໍ່ເສີມຂະຫຍາຍບົດບາດຊັກນຳ ແລະ ເປັນແບບຢ່າງໃນການພົວພັນລະຫວ່າງຈີນ ກັບປະເທດຕ່າງໆ ໂດຍສະເພາະແມ່ນປະເທດໃກ້ຄຽງ. ຫວັງວ່າບັນດາປະເທດອາຊຽນຖືກາຈັດກອງປະຊຸມສຸດຍາດຕ່າງໆໃນໄລຍະມໍ່ໆມານີ້ເປັນໂອກາດ,ເຮັດໃຫ້ “ເວລາອາຊີ” ສະໜອງຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງຫຼາຍກວ່າໃຫ້ແກ່ທົ່ວໂລກ, ເສີມຂະຫຍາຍ “ບົດບາດອາຊີ” ເພື່ອຮັບມືກັບສະພາບການປັ່ນປ່ວນແລະ ປ່ຽນແປງຂອງໂລກ.


 

    ທ່ານວິວຽນ ບາລາຄຣີສນານກ່າວວ່າ, ສິງກະໂປອອກແຮງສຸດຂີດສະໜັບສະໜູນການຍົກສູງການພົວພັນອາຊຽນ-ຈີນໃຫ້ເປັນການພົວພັນຄູູ່ຮ່ວມຍຸດທະສາດອັນຮອບດ້ານ, ຍິນດີຍົກສູງລະດັບການເຊື່ອມຈອດກັນ ແລະ ການຮ່ວມມືດ້ານຕ່ອງໂສ້ການຜະລິດລະຫວ່າງອາຊຽນ ກັບ ຈີນຕື່ມອີກ.