ມູນຄ່າເພີ່ມຂອງອຸດສາຫະກຳອິນເຕີເນັດຂອງຈີນປີ 2022 ຈະມີເຖິງ 4.450 ຕື້ຢວນ

2022-11-07 11:28:26 cri


   ປື້ມປົກຂາວກ່ຽວກັບການພັດທະນາເສດຖະກິດອຸດສາຫະກຳອິນເຕີເນັດຈີນທີ່ສະຖາບັນຄົ້ນຄວ້າອຸດສາຫະກຳອິນເຕີເນັດຈີນເຜີຍແຜ່ໃນວັນທີ 6 ພະຈິກນີ້ໄດ້ຄາດຄະເນວ່າ: ມູນຄ່າເພີ່ມຂອງອຸດສາຫະກຳອິນເຕີເນັດຂອງຈີນປີ 2022 ຈະມີເຖິງ 4.450 ຕື້ຢວນ, ກວມອັດຕາສ່ວນ GDP 3,64%.


   ປັດຈຸບັນ, ອຸດສາຫະກຳອິນເຕີເນັດຂອງຈີນໄດ້ເລັ່ງລັດແຊກຊຶມເຂົ້າໃນເສດຖະກິດຮູບປະທຳໂດຍໄດ້ປົກຄຸມ 45 ປະເພດໃຫຍ່ຂອງເສດຖະກິດແຫ່ງຊາດ. ປີ 2021, ມູນຄ່າເພີ່ມຂອງອຸດສາຫະກຳທີ່ອິນເຕີເນັດແຊກຊຶມເຂົ້າໄດ້ມີ ເຖິງ 2.930 ຕື້ຢວນ;ຄາດ ວ່າ: ມູນຄ່າເພີ່ມຂອງອຸດສາຫະກຳທີ່ອິນເຕີເນັດແຊກຊຶມເຂົ້າຈະມີເຖິງ 3.160 ຕື້ຢວນ.


   ນອກນີ້, ອຸດສາຫະກຳອິນເຕີເນັດພວມຊຸກຍູ້ການຍົກລະດັບໂຄງປະກອບ ໃນການປະກອບອາຊີບ, ເຮັດໃຫ້ມີການປະກອບອາຊີບເພີ່ມຂຶ້ນຢ່າງໜັກແໜ້ນ. ຄາດວ່າ: ປີ 2022 ຈະພາໃຫ້ຈຳນວນຜູ້ປະກອບອາຊີບທີ່ເພີ່ມຂຶ້ນໃໝ່ມີເຖິງ 1.050.200 ຄົນ.