ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມການປ່ຽນແປງຂອງດິນຟ້າອາກາດສປຊຄອງຄອຍຈະປະຕິບັດການເຄື່ອນໄຫວຕົວຈິງເພື່ອຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2022-11-07 11:31:42 cri



ວັນທີ 6 ພະຈິກນີ້,  ກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດຄັ້ງທີ 27 ໄດ້ໄຂ ຂຶ້ນຢູ່ເມືອງແຊມເອນເຊອີເຮີ ປະເທດເອຢິບ. ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມຫວັງຢາກເຕົ້າໂຮມກຳລັງແຮງສັງລວມຂອງລັດຖະບານ, ວິສາຫະກິດແລະ ມວນຊົນ, ປະຕິບັດຄຳໝັ້ນສັນຍາໃຫ້ກາຍເປັນການເຄື່ອນໄຫວຕົວຈິງ, ຜ່ອນຄາຍສະພາບອາກາດຮ້ອນຂຶ້ນ, ເພີ່ມການລະດົມທຶນເພື່ອດິນຟ້າອາກາດ ແລະຊຸກຍູ້ການພັດທະນາແບບສີຂຽວໂດຍໄວເທົ່າທີ່ຈະໄວໄດ້ ເພື່ອຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕາມຂ່າວແຈ້ງວ່າ: ຢູ່ບົນພື້ນຖານໝາກຜົນຂອງກອງປະຊຸມຄັ້ງຜ່ານມາ, ກອງປະຊຸມຄັ້ງນີ້ຈະນຳໃຊ້ການເຄື່ອນໄຫວຕົວຈິງໂດຍສຸມໃສ່ບັນຫາສຳຄັນຕ່າງໆກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງລວມທັງການຫຼຸດ ການລະບາຍອາຍພິດເຮືອນແກ້ວຢ່າງສຸກເສີນ, ການສ້າງຄວາມສາມາດຟື້ນຄືນ ແລະປັບຕົວເຂົ້າກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ບໍ່ສາມາດຫຼີກລ່ຽງໄດ້ ພ້ອມທັງຊຸກຍູ້ໃຫ້ປະເທດທີ່ພັດທະນາແລ້ວປະຕິບັດຕາມຄຳໝັ້ນສັນຍາຂອງຕົນໃນການສະໜອງທຶນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ປະເທດພວມພັດທະນາ 100 ຕື້ໂດລາສະຫະລັດຕໍ່ປີ. ນອກນີ້, ວັນທີ 6 ພະຈິກນີ້, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງເຫັນດີຈັດເອົາໂຄງການແກ້ໄຂ “ຜົນເສຍຫາຍແລະຜົນກະທົບ”ຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ເປັນວາລະທາງການຂອງກອງປະຊຸມເປັນຄັ້ງທຳອິດ, ຫາງສຽງສັງຄົມເຫັນວ່າ ມາດຕະການດັ່ງກ່າວໃນຄວາມເປັນຈິງແລ້ວໄດ້ໝາຍຄວາມວ່າ ກອງປະຊຸມຈະພິຈາລະນາຢ່າງເປັນທາງການກ່ຽວກັບປະເທດທີ່ພັດທະນາແລ້ວຄວນສະໜອງຄ່າທົດແທນໃຫ້ປະເທດພວມພັດທະນາທີ່ມັກຈະໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັ້ນຫຼືບໍ່?