ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນເຜີຍແຜ່ປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ”

2022-11-07 12:07:18 cri


ວັນທີ 7 ພະຈິກນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ”. ປື້ມປົກຂາວໄດ້ແນະນຳແນວຄວາມຄິດແລະພຶດຕິກຳຕົວຈິງຂອງການພັດທະນາແລະການຄຸ້ມຄອງອິນເຕີເນັດຂອງຈີນໃນຍຸກໃໝ່, ໄດ້ແບ່ງປັນຜົນສຳເລັດທີ່ຕັ້ງໜ້າຂອງຈີນໃນການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ ແລະ ຈ້ອງມອງເບິ່ງອະນາຄົດຂອງການຮ່ວມມືສາກົນທາງດ້ານອິນເຕີເນັດ.

ເນື້ອໃນປື້ມປົກຂາວລະບຸວ່າ: ການນຳໃຊ້ແລະຄຸ້ມຄອງອິນເຕີເນັດເປັນຢ່າງດີ ເພື່ອໃຫ້ອິນເຕີເນັດສ້າງຄວາມສຸກໃຫ້ແກ່ມວນມະນຸດດີກວ່າເກົ່າ ແມ່ນໜ້າທີ່ຮັບຜິດຊອບຮ່ວມຂອງປະຊາຄົມໂລກ. ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດ ແລະມີຊາວອິນເຕີເນັດຫຼາຍທີ່ສຸດຢູ່ໃນໂລກ, ຈີນໄດ້ໄປຕາມທ່າອ່ຽງການພັດທະນາໃນຍຸກສະໄໝຂໍ້ມູນຂ່າວສານ, ຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນທັດສະນະການປົກຄອງໂລກທີ່ປຶກສາຫາລືຮ່ວມກັນ, ການສ້າງສາຮ່ວມກັນ ແລະການຊົມໃຊ້ຮ່ວມກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ.

ເນື້ອໃນປື້ມປົກຂາວຍັງລະບຸວ່າ: ຈີນຍິນດີຮ່ວມກັບປະເທດຕ່າງໆຢູ່ໃນໂລກ, ຮ່ວມກັນສ້າງອິນເຕີເນັດທີ່ຍຸຕິທຳແລະເໝາະສົມ, ເປີດກວ້າງແລະກວມລວມ, ມີຄວາມປອດໄພແລະຄວາມໝັ້ນຄົງ ແລະມີຊີວິດຊີວາຫຼາຍກວ່າເກົ່າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທາງອິນເຕີເນັດ ເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າຂອງມວນມະນຸດ.