ຈີນ ແລະ ສິງກະໂປເພີ່ມທະວີການຮ່ວມມືດ້ານການຄ້າດີຈີຕອນ

2022-11-07 14:26:18 CRI


ວັນທີ 6 ພະຈິກ 2022, ເວທີເປິກສາຫາລືການປະດິດສ້າງໃໝ່ດ້ານການຄ້າການບໍລິການໃນການຮ່ວມມືຈີນ-ສິງກະໂປທີ່ເປັນພາກສ່ວນໜຶ່ງໃນເວທີເປິກສາຫາລືເສດຖະກິດສາກົນ ຫົງສຽວຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຊູ່ໂຈ່ແຂວງຈ່ຽງຊູ່ຈີນ.

 

ການຄ້າການບໍລິການ ແລະ ການຄ້າດີຈີຕອນພວມກາຍເປັນຫົວຈັກໃໝ່ສຳລັບການເຕີບໂຕດ້ານການຄ້າຂອງໂລກ. ກອງປະຊຸມເວທີປຶກສາຫາລືຄັ້ງນີ້ມີຫົວຂໍ້ຫຼັກວ່າ “ການນຳໃຊ້ເຕັກນິກດີຈີຕອນທົ່ວໄປແມ່ນແຮງຂັບເຄື່ອນໃໝ່ສຳລັບການຄ້າການບໍລິການຂອງໂລກ”, ຊ່ຽວຊານ ນັກວິຊາການ ແລະ ຜູ້ຕາງໜ້ານັກທຸລະກິດໄດ້ລົງເລິກຄົ້ນຄວ້າເປິກສາຫາລືໂດຍປີ່ນອ້ອມປະເດັນຮ້ອນຕ່າງໆ, ເຊັ່ນ: ການສ້າງເຂດທົດລອງການຄ້າເສລີ, ການຮ່ວມມືດ້ານການຄ້າດີຈີຕອນລະຫວ່າງຈີນ-ສິງກະໂປ, ເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການ, ການເຄື່ອນໄຫວຂ້າມຊາດຂອງຂໍ້ມູນຂ່າວສານ, ແລະອື່ນໆ, ເພື່ອຊຸກຍູ້ການຄ້າການບໍລິການໃຫ້ພັດທະນາຢ່າງມີຄຸນນະພາບສູງ.

 

ໃນກອງປະຊຸມເວທີເປິກສາຫາລືຄັ້ງນີ້, ໂຄງການຮ່ວມມືຈີນ-ສິງກະໂປຈຳນວນໜຶ່ງໄດ້ບັນລຸເຖິງຂັ້ນເຊັນສັນຍາ, ໂດຍພົວພັນເຖິງການຄ້າສາກົນ, ການຈໍລະຈອນສິນຄ້າສາກົນ, ເສດຖະກິດສີຂຽວ, ການລົງທຶນດ້ານການເງິນ, ການປິ່ນປົວ ແລະ ບຳລຸງສຸຂະພາບ ແລະຂົງເຂດອື່ນໆ. ໂຄງການເຫຼົ່ານີ້ຈະເສີມຂະຫຍາຍທ່າແຮງການຮ່ວມມືລະຫວ່າງຈີນ-ສິງກະໂປ, ເຕົ້າໂຮມ ແລະຈັດສັນຊັບພະຍາກອນດ້ານການປະດິດສ້າງໃໝ່ໃນຂອບເຂດທົ່ວໂລກ, ຮ່ວມມືສຸດຂີດເພື່ອຊຸກຍູ້ອຸດສາຫະກຳທີ່ມີການປະດິດສ້າງໃໝ່ ແລະ ພັດທະນາເປັນກຸ່ມໃນສະໄໝເສດຖະກິດດີຈີຕອນ.