ບົດລາຍງານການພັດທະນາພະລັງງານໂລກ 2022 ຄາດວ່າ ຈັງຫວະການເຕີບໂຕຂອງຄວາມຕ້ອງການດ້ານພະລັງງານໄຟຟ້າທົ່ວໂລກຈະຊ້າລົງ

2022-11-07 10:52:28 cri



   ວັນທີ 6 ພະຈິກນີ້, ສູນຄົ້ນຄວ້າຄວາມໝັ້ນຄົງດ້ານພະລັງງານສາກົນຂອງມະຫາວິທະຍາໄລສະພາບັນດິດວິທະຍາສາດສັງຄົມຈີນ ແລະສຳນັກພິມຈຳໜ່າຍປຶ້ມວິຊາການວິທະຍາສາດສັງຄົມຈີນໄດ້ຮ່ວມກັນເຜີຍແຜ່ “ປຶ້ມປົກສີຟ້າ ພະລັງງານໂລກ: ບົດລາຍງານການພັດທະນາພະລັງງານໂລກ2022.  ປຶ້ມປົກສີຟ້າໄດ້ລະບຸວ່າ:  ປີ2023 ແລະປີ2024, ຈັງຫວະການເຕີບໂຕຂອງຄວາມຕ້ອງການດ້ານພະລັງງານໄຟຟ້າທົ່ວໂລກຈະຊ້າລົງ, ສ່ວນພະລັງງານໝູນວຽນຈະເປັນແຫຼ່ງສຳຄັນທີ່ເຮັດໃຫ້ການສະໜອງພະລັງງານໄຟຟ້າເຕີບໂຕຂຶ້ນ. ຮອດປີ2024, ປະລິມານການສະໜອງພະລັງງານໄຟຟ້າທີ່ຜະລິດດ້ວຍພະລັງງານໝູນວຽນຈະກວມຍອດປະລິມານການສະໜອງພະລັງງານໄຟຟ້າທົ່ວໂລກຫຼາຍກວ່າ 32%.

   ປຶ້ມປົກສີຟ້າລະບຸຕື່ມວ່າ: ປີ 2022-2024, ຄາດວ່າ ພະລັງງານໝູນວຽນຈະເປັນແຫຼ່ງສຳຄັນທີ່ເຮັດໃຫ້ການສະໜອງພະລັງງານໄຟຟ້າເຕີບໂຕຂຶ້ນ, ສະເລ່ຍແລ້ວຈະເຕີບໂຕ 8% ຕໍ່ປີ. ຮອດປີ2024, ປະລິມານການສະໜອງພະລັງງານໄຟຟ້າທີ່ຜະລິດດ້ວຍພະລັງງານໝູນວຽນຈະກວມຍອດປະລິມານການສະໜອງພະລັງງານໄຟຟ້າທົ່ວໂລກຫຼາຍກວ່າ 32%, ຄາດວ່າ ປະລິມານການຜະລິດໄຟຟ້າກາກບອນຕ່ຳກວມອັດຕາສ່ວນຂອງຍອດປະລິມານການຜະລິດໄຟຟ້າຈະເພີ່ມຈາກ 38% ໃນປີ 2021 ຂຶ້ນເປັນ 42%