ການຢ້ຽມຢາມປະເທດຈີນຂອງຜູ້ນຳຫຼາຍປະເທດ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມໝັ້ນໃຈຕໍ່ການພັດທະນາຂອງຈີນໃນອະນາຄົດ

2022-11-07 15:24:30 cri

ໃນ 1 ອາທິດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນສິ້ນສຸດລົງ, ມີຜູ້ນຳ 4 ປະເທດຈາກອາຊີ, ອາຟຣິກາ ແລະເອີຣົບ ຄືຫວຽດນາມ, ປາກິດສະຖານ, ຕັງຊານີ ແລະເຢຍລະມັນ ໄດ້ເດີນທາງໄປຢ້ຽມຢາມຈີນ.

ໃນການພົບປະເຈລະຈາກັບຜູ້ນຳ 4 ປະເທດດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: “ຈີນຍິນດີ ຮ່ວມກັບຫວຽດນາມເລັ່ງລັດເຊື່ອມຕໍ່ຍຸດທະສາດດ້ານການພັດທະນາ”; “ຈີນຍິນດີຮ່ວມກັບປາກິດສະຖານຍົກສູງລະດັບການຮ່ວມມືທາງຍຸດທະສາດຢ່າງຮອບດ້ານ”; “ການຂະຫຍາຍການພົວພັນລະຫວ່າງຈີນ-ອາຟຣິກາ ຄວນຍຶດໝັ້ນທິດທາງທີ່ໄວ້ເນື້ອເຊື່ອໃຈກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຖອດຖອນບົດຮຽນເຊິ່ງກັນແລະກັນ ແລະຊ່ວຍເຫຼືອກັນ ໂດຍບໍ່ຫວັ່ນໄຫວຄອນແຄນ”; “ໃນຖານະເປັນປະເທດໃຫຍ່ທີ່ມີອິດທິພົນ, ທ່າມກາງສະພາບການປ່ຽນແປງແລະປັ່ນປ່ວນ, ຈີນແລະເຢຍລະມັນຍິ່ງຄວນຮ່ວມມືກັນ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນສັນຕິພາບແລະການພັດທະນາຂອງໂລກ”. ຄຳເວົ້າທີ່ໜັກແໜ້ນທຸກຄັ້ງດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈແລະຄວາມຕັດສິນໃຈຂອງຈີນທີ່ຍິນດີຮ່ວມມືກັບປະເທດຕ່າງໆ ເພື່ອຮັບມືກັບສິ່ງທ້າທາຍ ແລະຮ່ວມກັນສ້າງໂລກທີ່ສວຍງາມ.

ນອກນີ້, ໃນການຢ້ຽມຢາມຈີນຂອງຜູ້ນຳ 4 ປະເທດດັ່ງກ່າວ, ຈີນແລະຫວຽດນາມໄດ້ລົງນາມເອກະສານການຮ່ວມມືທີ່ກ່ຽວພັນເຖິງພັກການເມືອງ, ເສດຖະກິດການຄ້າ ແລະການອະນຸລັກສິ່ງແວດລ້ອມ. ຈີນແລະປາກິດສະຖານໄດ້ເຊັນສັນຍາການຮ່ວມມືລະຫວ່າງລັດຖະບານຫຼາຍສະບັບກ່ຽວກັບເສດຖະກິດການລົງທຶນ, ການຄ້າເອເລັກໂຕຣນິກ ແລະເສດຖະກິດດີຈີຕອນ. ຈີນແລະປະເທດຕັງຊານີໄດ້ລົງນາມເອກະສານການຮ່ວມມືສອງຝ່າຍກ່ຽວກັບການຄ້າ, ການລົງທຶນ ແລະການຮ່ວມມືດ້ານການພັດທະນາ, ການພົວພັນລະຫວ່າງຈີນກັບຕັງຊານີໄດ້ຍົກສູງຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ. ທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນຢ້ຽມຢາມຈີນໃນຄັ້ງນີ້, ມີຄະນະຜູ້ແທນການຄ້າທີ່ດີເດັ່ນທີ່ສຸດຂອງເຢຍລະມັນຮ່ວມເດີນທາງມານຳ.

ຜົນສຳເລັດໃນການຮ່ວມມືຕ່າງໆ ໄດ້ສະແດງໃຫ້ເຫັນທາດແທ້ຂອງຕ່າງຝ່າຍຕ່າງມີຜົນປະໂຫຍດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນກໍໄດ້ຖະແຫຼງການຕໍ່ໂລກວ່າ: ຈີນຈະຍຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່າງປະເທດທີ່ປົກປັກຮັກສາສັນຕິພາບຂອງໂລກ ແລະຊຸກຍູ້ການພັດທະນາຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ, ສຸມຄວາມພະຍາຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ການຢ້ຽມຢາມຈີນຂອງຜູ້ນຳຫຼາຍປະເທດ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມໝັ້ນໃຈຕໍ່ການພັດທະນາຂອງຈີນໃນອະນາຄົດຂອງປະເທດຕ່າງໆ, ຈີນກໍໄດ້ຮັບຄວາມເຄົາລົບແລະຄວາມເຊື່ອໝັ້ນຫຼາຍກວ່າເກົ່າດ້ວຍການກະທຳຕົວຈິງ.