ປີ 2021 ຍອດມູນຄ່າການນໍາເຂົ້າຜະລິດຕະພັນອາຫານຂອງຈີນມີຫຼາຍກວ່າ 130 ຕື້ໂດລາສະຫະລັດ

2022-11-07 10:29:47 CRI

 

   ຈີນມີຄໍາສຸພາສິດໜຶ່ງທີ່ວ່າ: “ປະຊາຊົນຖືອາຫານການກິນເປັນຫຼັກ” ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສໍາຄັນຂອງອາຫານການກິນ. ອີງຕາມຂໍ້ມູນສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ປີ 2021, ຍອດມູນຄ່າການນໍາເຂົ້າຜະລິດຕະພັນອາຫານຂອງຈີນບັນລຸເຖິງ 135,46 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 25,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ໂດຍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ, ພ້ອມດຽວກັນນີ້, ຍອດມູນຄ່າການຄ້າຕະຫຼາດຂາຍຍ່ອຍບັນລຸເຖິງປະມານ 1.600 ຕື້ຢວນ. ໃນຮອບ 10 ປີຜ່ານມາ, ອັດຕາການນໍາເຂົ້າຜະລິດຕະພັນອາຫານຂອງຈີນເພີ່ມຂຶ້ນ 13% ໂດຍສະເລ່ຍຕໍ່ປີ. ສະເພາະປີ 2021, ຜະລິດຕະພັນອາຫານນໍາເຂົ້າທີ່ມີຍອດມູນຄ່າການຄ້າຫຼາຍທີ່ສຸດ 5 ປະເພດຂອງຈີນແມ່ນ: ປະເພດຊິ້ນ, ສະບຽງອາຫານ, ຜະລິດຕະພັນນໍ້າ, ຜະລິດຕະພັນນົມ ແລະໝາກໄມ້ ເຊິ່ງສິນຄ້າປະເພດເຫຼົ່ານີ້ລ້ວນແຕ່ມີຍອດມູນຄ່າການຄ້າຫຼາຍກວ່າ 10 ຕື້ໂດລາສະຫະລັດ.