ໃນຕໍ່ໜ້າຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ

2022-11-08 12:15:07 cri



   ວັນທີ 7 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວຢືນຢັນໃນໂອກາດຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຕໍ່ໜ້າ, ຈີນຈະສືບຕໍ່ຊຸກຍູ້ການເປີດປະຕູສູ່ພາຍນອກ ໃນລະດັບສູງ.

ວັນທີ 6 ພະຈິກນີ້, ກຸ່ມບໍລິສັດHSBC ໄດ້ເຜີຍແຜ່ບົດລາຍງານຜົນ ການສຳຫຼວດທີ່ມີຫົວຂໍ້ວ່າ: “ວິສາຫະກິດຕ່າງປະເທດຕີລາຄາປະເທດຈີນ2022: ຮ່ວມກັນຊົມໃຊ້ໂອກາດໃໝ່ຂອງRCEP” ເຊິ່ງສະແດງໃຫ້ເຫັນວ່າ: ວິສາຫະກິດ ຕ່າງປະເທດທີ່ໃຫ້ສຳພາດຫຼາຍກວ່າ 80% ຄາດຄະເນວ່າ ກິດຈະການຢູ່ປະເທດ ຈີນໃນໜຶ່ງປີຕໍ່ໜ້າຈະບັນລຸການເຕີບໂຕ. ນອກນີ້, ໃນຈຳນວນວິສາຫະກິດຂອງ ປະເທດສະມາຊິກສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືຶRCEP ທີ່ໃຫ້ສຳພາດນັ້ນ ມີ 93% ໄດ້ຄາດວ່າຈະເພີ່ມທະວີການໄປມາຫາ ສູ່ກັນດ້ານການຄ້າກັບຈີນ.

ທ່ານຈ້າວລີ້ຈ່ຽນແນະນຳໃຫ້ຮູ້ວ່າ: ເປົ້າໝາຍການສຳຫຼວດເທື່ອນີ້ແມ່ນ ສຸມໃສ່ວິສາຫະກິດເກືອບ 3.400 ແຫ່ງໃນຕະຫຼາດສຳຄັນ 16 ແຫ່ງຢູ່ໃນໂລກ ເຊິ່ງກວມເຖິງ 9 ປະເທດສະມາຊິກ RCEP ແລະ 7 ກຸ່ມເສດຖະກິດສຳຄັນ ຢູ່ໃນໂລກ. ທ່ານກ່າວເນັ້ນວ່າ: “ຈີນພວມປະຕິບັດຍຸດທະສາດການເປີດປະ ຕູສູ່ພາຍນອກທີ່ຕັ້ງໜ້າແລະເປັນເຈົ້າການຫຼາຍກວ່່າເກົ່າ, ກໍ່ສ້າງເຄືອຂ່າຍ ເຂດການຄ້າເສລີມາດຕະຖານສູງທີ່ຫັນໜ້າສູ່ທົ່ວໂລກ ເພື່ອສ້າງໃຫ້ເປັນສະ ພາບການເປີດປະຕູສູ່ພາຍນອກທີ່ມີຂອບເຂດກວ້າງກວ່າເກົ່າ, ມີຂົງ ເຂດຫຼາຍກວ່າເກົ່າແລະມີລະດັບເລິກເຊິ່ງກວ່າເກົ່າ.”