ເສດຖະກິດອິນໂດເນເຊຍເພີ່ມຂຶ້ນ 5.72% ໃນໄຕມາດທີ 3 ຂອງປີນີ້

2022-11-08 14:05:43 CRI


ວັນທີ 7 ພະຈິກ 2022, ອົງການສະຖິຕິແຫ່ງຊາດອິນໂດເນເຊຍໄດ້ເປີດເຜີຍຂໍ້ມູນ ສະແດງໃຫ້ເຫັນວ່າ: ເນື່ອງຈາກການສົ່ງອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ແຂງແຮງ, ແລະການລົງທຶນໄດ້ຮັບການປັບປຸງດີຂຶ້ນ, ໃນໄຕມາດທີ 3 ຂອງປີນີ້, ຍອດຜະລິດຕະພັນພາຍໃນ ຫຼື GDP ຂອງອິນໂດເນເຊຍໄດ້ເພີ່ມຂຶ້ນ 5,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ2021, ເຊິ່ງສູງກວ່າການຄາດໝາຍຂອງຕະຫຼາດ ແລະ ຈັງຫວະເພີ່ມຂຶ້ນຂອງໄຕມາດທີ 2 ຄື 5,44%.

 

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ຫົວໜ້າອົງການສະຖິຕິແຫ່ງຊາດອິນໂດເນເຊຍກ່າວວ່າ, ໃນສະພາບການທີ່ໄພເງິນເຟີ້ເພີ່ມສູງຂຶ້ນຢູ່ໃນໂລກ, ເສດຖະກິດຊຸດໂຊມລົງ ແລະ ຄວາມບໍ່ແນ່ນອນອື່ນໆ, ນັບແຕ່ໄຕມາດທີ 4ປີ 2021ເປັນຕົ້ນມາ, ເສດຖະກິດຂອງອິນໂດເນເຊຍໄດ້ເພີ່ມຂຶ້ນຫຼາຍກວ່າ 5% ໃນ 4 ໄຕມາດຕິດຕໍ່ກັນ, ສະແດງໃຫ້ເຫັນວ່າ ເສດຖະກິດໄດ້ຟື້ນຟູຄືນຢ່າງຕໍ່ເນື່ອງ.

 

ທະນາຄານກາງອິນໂດເນເຊຍຄາດຄະເນວ່າ, ປີ 2022, ເສດຖະກິດອິນໂດເນເຊຍຈະເພີ່ມຂຶ້ນໃນ ລະຫວ່າງ 4,5% ແລະ 5,3%.