ກະຊວງປ້ອງກັນປະເທດສປປເກົາຫຼີຢືນຢັນວ່າ ສປປເກົາຫຼີບໍ່ໄດ້ດຳເນີນການຄ້າອາວຸດກັບຣັດເຊຍ

2022-11-08 12:21:22 cri

ວັນທີ 8 ພະຈິກນີ້, ຂ່າວສານສູນກາງ ສປປ ເກົາຫຼີ ໄດ້ລາຍງານຂ່າວວ່າ: ຮອງຫົວໜ້າກົມການຕ່າງປະເທດການທະຫານກະຊວງປ້ອງກັນປະເທດສປປເກົາຫຼີໄດ້ກ່າວຖະແຫຼງເພື່ອຕອບໂຕ້ຖ້ອຍຄຳທີ່ວ່າ “ການຄ້າອາວຸດຂອງສປປເກົາຫຼີ ແລະຣັດເຊຍ” ເຊິ່ງເຈົ້າໜ້າທີ່ທ່ານນີ້ໄດ້ກ່າວວ່າ: ໃນໄລຍະນີ້, ອາເມຣິກາ ໄດ້ປັ້ນແຕ່ງຂ່າວລືຢ່າງບໍ່ຢຸດຢັ້ງກ່ຽວກັບ “ທິດສະດີການຄ້າອາວຸດ” ລະຫວ່າງ ສປປເກົາຫຼີກັບຣັດເຊຍ ເຊິ່ງບໍ່ມີຫຼັກຖານອ້າງອີງແຕ່ປະການໃດ, ຕໍ່ກັບເລື່ອງນີ້, ກະຊວງປ້ອງກັນປະເທດ ສປປ ເກົາຫຼີໄດ້ກ່າວປະນາມມາແລ້ວ ຕໍ່ກັບຖ້ອຍຄຳ ຂອງອາເມຣິກາ ທີ່ວ່າ “ທິດສະດີການຄ້າອາວຸດ”.


 ສປປ ເກົາຫຼີໄດ້ກ່າວຢືນຢັນຢ່າງຈະແຈ້ງອີກຄັ້ງໜຶ່ງວ່າ: ຜ່ານມາ ສປປ ເກົາຫຼີບໍ່ເຄີຍດຳເນີນການຄ້າອາວຸດກັບຣັດເຊຍຈັກເທື່ອ, ໃນຕໍ່ໜ້າກໍຈະບໍ່ມີ ແຜນການແບບນີ້.