ເມື່ອ RCEP ພົບກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ຈະເກີດຫຍັງຂຶ້ນ?

2022-11-08 19:56:22 cri

ວັນທີ 1 ມັງກອນ 2022, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະເທດສະມາຊິກ RCEP ໄດ້ກວມເອົາ 10 ປະເທດອາຊຽນ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົສຕຣາລີ ແລະ ນູແວນເຊລັງ, ເຊິ່ງກວມເອົາປະຊາກອນ ແລະ ປະລິມານການຄ້າປະມານ 30% ຂອງໂລກ, ເປັນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເປັນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດພາຍຫຼັງ RCEP ມີຜົນບັງຄັບໃຊ້, ປະເທດສະມາຊິກ RCEP ລ້ວນແຕ່ມີວິສາຫະກິດເຂົ້າຮ່ວມ. ນົມງົວນູແວນເຊລັງ, ຊີ້ນງົວອົສຕຣາລີ, ໃບຊາລາວ, ໝາກນັດຟີລິບປີນ ແລະອື່ນໆ, ເຊິ່ງເປັນອາຫານທີ່ມີລັກສະນະພິເສດຂອງປະເທດສະມາຊິກ RCEP ໄດ້ດຶງດູດຜູ້ບໍລິໂພກ ແລະ ນັກທຸລະກິດມາຈັດຊື້ຢ່າງຫຼວງຫຼາຍໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້.

ເວທີເປິກສາຫາລືເສດຖະກິດສາກົນຫົງສຽວຄັ້ງທີ 5 ໄດ້ຈັດເວທີເປິກສາຫາລືຂັ້ນສູງ “RCEP ກັບການເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ” ເປັນພິເສດ, ເພື່ອລົງເລິກເປິກສາຫາລືກ່ຽວກັບ RCEP ມີຜົນບັງຄັບໃຊ້ໄດ້ສົ່ງຜົນສະທ້ອນຫຍັງຕໍ່ການພັດທະນາເສດຖະກິດຂອງພາກພື້ນກໍຄືຂອງໂລກ. ບັນດາແຂກທີ່ເຂົ້າຮ່ວມເປິກສາຫາລືສະແດງວ່າ: ພາຍຫຼັງ RCEP ມີຜົນບັງຄັບໃຊ້ເປັນຕົ້ນມາ, ວິສາຫະກິດຂອງປະເທດສະມາຊິກໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

ຢູ່ເຂດວາງສະແດງອາຫານ ແລະ ຜະລິດຕະພັນກະສິກຳຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນຄັ້ງນີ້, ໄດ້ຕັ້ງເຂດວາງສະແດງຂະແໜງການກະສິກຳສີຂຽວຂອງ RCEP ເປັນພິເສດເຊິ່ງເຕັມໄປດ້ວຍກິ່ນຫອມຂອງໝາກຖົ່ວລຽນຂອງມາເລເຊຍ ແລະ ເຂົ້າຫອມກຳປູເຈຍ. ຟີລິບປີນແມ່ນໜຶ່ງໃນປະເທດສະມາຊິກ RCEP, ປີ 2020, ໝາກອາໂວຄາໂດ (Avocado) ໄດ້ຮັບອະນຸມັດໃຫ້ເຂົ້າຕະຫຼາດຈີນ, ປີນີ້, ໝາກຖົ່ວລຽນຂອງຫວຽດນາມ, ໝາກນັດຂອງອິນໂດເນເຊຍ, ໝາກກ້ວຍຫອມຂອງມຽນມາກໍໄດ້ຮັບອະນຸມັດນຳເຂົ້າສູ່ຕະຫຼາດຈີນໄດ້ເຊັ່ນກັນ.

ໃນໄລຍະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້, ທະນາຄານ HSBC ໄດ້ເຜີຍແຜ່ບົດລາຍງານສຳຫຼວດ “ປະເທດຈີນໃນສາຍຕາຂອງວິສາຫະກິດຕ່າງປະເທດ 2022: ຮ່ວມກັນແບ່ງປັນໂອກາດພັດທະນາໃໝ່”, ບົດລາຍງານສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນປະໂຫຍດຈາກປັດໄຈຕັ້ງໜ້າຕ່າງໆເຊັ່ນ: ປະເທດຈີນເປັນຕະຫຼາດໃຫຍ່, RCEP ມີຜົນບັງຄັບໃຊ້ ແລະ ປັດໄຈອື່ນໆ, ວິສາຫະກິດຕ່າງປະເທດສືບຕໍ່ເບິ່ງຕະຫຼາດຈີນໃນແງ່ດີ. ວິສາຫະກິດທີ່ໃຫ້ສຳພາດມີ 82% ຄາດວ່າ, ວຽກງານຂອງຕົນຢູ່ປະເທດຈີນຈະບັນລຸການເຕີບໂຕໃນໜຶ່ງປີຂ້າງໜ້າ. ວິສາຫະກິດຂອງປະເທດສະມາຊິກ RCEP ທີ່ໃຫ້ສຳພາດມີ 93% ຄາດວ່າ: RCEP ມີຜົນບັງຄັບໃຊ້ຈະເພີ່ມທະວີການໄປມາຫາສູ່ກັນດ້ານການຄ້າກັບປະເທດຈີນຫຼາຍຂຶ້ນ.

ໂດຍຜະເຊີນໜ້າກັບສະຖານະການສາກົນທີ່ສັບສົນ ແລະ ມີການປ່ຽນແປງຫຼາຍ, ປະເທດຈີນໄດ້ຍຶດໝັ້ນໃນການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຕະຫຼອດມາ, ແລະໄດ້ສົ່ງສັນຍານອັນເດັດດ່ຽວຄັດຄ້ານລັດທິປົກປ້ອງການຄ້າໂດຍຜ່ານການຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ຕັ້ງໜ້າຊຸກຍູ້ການປະຕິບັດ RCEP ໃຫ້ມີປະສິດທິຜົນ. ຂະນະດຽວກັນນັ້ນ, ໃນຖານະເປັນມາດຕະການສຳຄັນໃນຂະບວນການກໍ່ສ້າງລະບົບເສດຖະກິດໃໝ່ແບບເປີດປະຕູສູ່ພາຍນອກຂອງປະເທດຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ RCEP ກໍຈະປະສານສົມທົບກັນ ແລະ ຊຸກຍູ້ເຊິ່ງກັນແລະກັນ, ບໍ່ພຽງແຕ່ຈະຮັບໃຊ້ການກໍ່ສ້າງສະຖານະພາບການພັດທະນາໃໝ່ຂອງປະເທດຈີນເທົ່ານັ້ນ, ຍັງຈະພະລັງຊຸກດັນທີ່ແຂງກວ່າເກົ່າໃຫ້ແກ່ການຟື້ນຕົວຄືນໃໝ່ຂອງເສດຖະກິດພາກພື້ນກໍຄືຂອງໂລກນຳອີກ.