
ວັນທີ 7 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນມໍ່ໆມານີ້, ເສັ້ນທາງລົດໄຟຈີນ-ລາວມີຜົນສຳເລັດເກີດຂຶ້ນເລື້ອຍໆ. ອີງຕາມຕົວເລກຫຼ້າສຸດສະແດງໃຫ້ເຫັນວ່າ: ເສັ້ນທາງລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 7,5 ລ້ານເທື່ອຄົນ, ໄດ້ສ້າງຄວາມສະດວກໃຫ້ແກ່ການອອກເດີນທາງຂອງປະຊາຊົນທ້ອງຖິ່ນ. ປັດຈຸບັນ, ເສັ້ນທາງລົດໄຟຈີນ-ລາວ ທັງໝົດໄດ້ແລ່ນລົດໄຟ 225 ຂະບວນ, ຂົນສົ່ງສິນຄ້າ 9,86 ລ້ານໂຕນ, ການຂົນສົ່ງສິນຄ້າໄດ້ປົກຄຸມ 10 ກວ່າປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນລາວແລະຫວຽດນາມ, ປະເພດສິນຄ້າໄດ້ເພີ່ມຈາກ 100 ກວ່າປະເພດໃນເບື້ອງຕົ້ນ ເປັນຕົ້ນຝຸ່ນເຄມີ ແລະ ສິ້ນຄ້າຕ່າງໆຂຶ້ນເປັນຫຼາຍກວ່າ 1.200 ປະເພດ ເປັນຕົ້ນເຄື່ອງເອເລັກໂຕຣນິກ, ເຄື່ອງຜະລິດໄຟຟ້າດ້ວຍພະລັງງານແສງອາທິດ ແລະໝາກໄມ້ແຊ່ເຢັນ.
ນອກນີ້, ເສັ້ນທາງລົດໄຟຈີນ-ລາວຍັງໄດ້ຊອກຄົ້ນແລະບັນລຸຮູບແບບການຂົນສົ່ງສາກົນດ້ວຍເສັ້ນທາງລົດໄຟໃໝ່ ເຊັ່ນ: “ຂະບວນລົດໄຟຂົນສົ່ງສິນຄ້າໄວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ+ການຄ້າເອເລັກໂຕຣນິກຂ້າມຊາດ”, “ເສັ້ນທາງລົດໄຟຈີນ-ລາວ+ຂະບວນລົດໄຟຈີນ-ເອີຣົບ” ແລະອື່ນໆ ເຊິ່ງໄດ້ບັນລຸການເຊື່ອມຕໍ່ຢ່າງໃກ້ຊິດກັບຊ່ອງທາງໃໝ່ທາງບົກແລະທາງທະເລຢູ່ພາກຕາເວັນຕົກສຽງໃຕ້ ແລະຂະບວນລົດໄຟຈີນ-ເອີຣົບ, ເພີ່ມທະວີປະສິດທິຜົນການເປີດກວ້າງແລະຄວາມສາມາດດ້ານການຂົນສົ່ງສິນຄ້າຂ້າມຊາດ. ເມື່ອວັນເສົາທີ່ຜ່ານມານີ້, ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ໄດ້ຈັດກິດຈະກຳສົ່ງເສີມການພັດທະນາແລະການຮ່ວມມືຕາມເສັ້ນທາງລົດໄຟຈີນ-ລາວ ເຊິ່ງກິດຈະກຳຄັ້ງນີ້ໄດ້ລົງນາມໂຄງການລົງທຶນແລະຈັດຊື້ທີ່ມີມູນຄ່າຫຼາຍກວ່າ10 ຕື້ຢວນ. ເສັ້ນທາງລົດໄຟຈີນ-ລາວໄດ້ສ່ອງແສງໃຫ້ເຫັນເຖິງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງລະຫວ່າງຈີນກັບປະເທດສະມາຊິກອາຊຽນຢ່າງມີຊີວິດຊີວາ.
ທ່ານຈ້າວລີ້ຈ່ຽນກ່າວເນັ້ນໜັກວ່າ: ປະຕູຂອງຈີນຈະນັບມື້ນັບເປີດກວ້າງອອກ, ການພັດທະນາໃໝ່ຂອງຈີນຈະສ້າງໂອກາດໃໝ່ໃຫ້ແກ່ໂລກ. ຈີນຈະຮ່ວມກັບລາວແລະປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເສີມຂະຫຍາຍບົດບາດທີ່ເປັນຕົວແບບຂອງເສັ້ນທາງລົດໄຟຈີນ-ລາວ, ຮ່ວມກັນສ້າງເຂດສາທິດການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ ເພື່ອສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນໃນປະເທດຢູ່ພາກພື້ນ.