ທ່ານສີຈິ້ນຜິງ ສົ່ງສານອວຍພອນເຖິງກອງປະຊຸມສະເຫຼີມສະຫຼອງການສ້າງຕັ້ງອົງການ INBAR ຄົບຮອບ 25 ປີ ແລະກອງປະຊຸມຫວາຍແລະໄມ້ປ່ອງໂລກຄັ້ງທີ 2

2022-11-08 16:36:50 cri

ວັນທີ 7 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນເຖິງກອງປະຊຸມສະເຫຼີມສະຫຼອງການສ້າງຕັ້ງອົງການຫວາຍແລະໄມ້ປ່ອງສາກົນ ຫຼື INBAR ຄົບຮອບ 25 ປີ ແລະກອງປະຊຸມຫວາຍແລະໄມ້ປ່ອງໂລກຄັ້ງທີ 2.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ: ນັບແຕ່ການສ້າງຕັ້ງອົງການ INBAR ເປັນຕົ້ນມາ, ອົງການນີ້ໄດ້ສຸມຄວາມພະຍາຍາມປົກປັກຮັກສາ, ພັດທະນາແລະນຳໃຊ້ຊັບພະຍາກອນຫວາຍແລະໄມ້ປ່ອງ, ໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການຊຸກຍູ້ການອະນຸລັກສິ່ງແວດລ້ອມນິເວດຂອງໂລກ ແລະຊຸກຍູ້ການພັດທະນາແບບຍືນຍົງ. ລັດຖະບານຈີນກັບອົງການ INBAR ໄດ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາໂລກ, ຮ່ວມກັນປະກາດຂໍ້ລິເລີ່ມ “ການໃຊ້ໄມ້ປ່ອງເຂົ້າແທນປຣາສຕິກ”, ຊຸກຍູ້ໃຫ້ປະເທດຕ່າງໆຫຼຸດຜ່ອນການສ້າງມົນລະພິດຈາກປຣາສຕິກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເລັ່ງລັດຈັດຕັ້ງປະຕິບັດວາລະ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງອົງການ ສປຊ.

ເນື້ອໃນສານຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ຈີນອອກແຮງຊຸກຍູ້ການສ້າງສາຄວາມສີວິໄລດ້ານນິເວດ, ຕັ້ງໜ້າປະຕິບັດແນວຄວາມຄິດການພັດທະນາທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ຈີນຍິນດີສືບຕໍ່ພະຍາຍາມຮ່ວມກັນກັບຝ່າຍຕ່າງໆ, ສ້າງປະຊາຄົມຮ່ວມຊີວິດຂອງຄົນກັບທຳມະຊາດ, ຮ່ວມກັນສ້າງບ້ານເມືອງທີ່ສະອາດແລະສວຍງາມໃຫ້ແກ່ຄົນຮຸ່ນຫຼັງ.