ຈີນຈະສືບຕໍ່ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາພະລັງງານທີ່ເປີດປະຕູສູ່ພາຍນອກ

2022-11-08 16:26:57 cri

ວັນທີ 8 ພະຈິກນີ້, ທ່ານເຊີ້ງຊິວຜິງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ຈີນຈະສືບຕໍ່ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາພະລັງງານທີ່ເປີດປະຕູສູ່າພາຍນອກ, ການເຕີບໂຕຢ່າງຕໍ່ເນື່ອງແລະໝັ້ນທ່ຽງຂອງຕະຫຼາດພະລັງງານຈີນ ຈະມີຜົນດີຕໍ່ປະເທດຜະລິດ, ປະເທດບໍລິໂພກແລະປະເທດການຄ້າພະລັງງານພ້ອມທັງຈະສ້າງໂອກາດການຮ່ວມມືທີ່ດີຫຼາຍກວ່າເກົ່າໃຫ້ແກ່ປະເທດຕ່າງໆຢູ່ໃນໂລກ.

ທ່ານເຊີ້ງຊິ່ວຜິງໄດ້ໃຫ້ທັດສະນະດັ່ງກ່າວໃນກອງປະຊຸມການຄ້ານ້ຳມັນເຊື້ອໄຟສາກົນຈີນຄັ້ງທີ 11 ທີ່ຈັດຂຶ້ນໃນວັນທີ 8 ພະຈິກນີ້. ທ່ານເຊີ້ງຊິ່ວຜິງກ່າວຕື່ມວ່າ: ໂດຍປະເຊີນໜ້າກັບຜົນກະທົບຈາກການປ່ຽນແປງທີ່ບໍ່ຄ່ອຍມີມາກ່ອນໃນຮອບຮ້ອຍປີຜ່ານມາແລະສະພາບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ຊັບຊ້ອນກັນ, ຕ້ອງເພີ່ມທະວີການແລກປ່ຽນແລະການປະສານງານກັນ, ຮັກສາຄວາມໝັ້ນໜຽວແລະຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງພະລັງງານ, ກຳກະແສຂອງຍຸກສະໄໝ, ຊຸກຍູ້ການຫັນເປັນພະລັງງານສີຂຽວທີ່ມີກາກບອນຕ່ຳ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພັດທະນາການຄ້າດ້ານນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດດ້ວຍຄຸນນະພາບສູງ.