ຈີນເປີດປະຕູສູ່ພາຍນອກເພື່ອຊົມໃຊ້ໂອກາດຮ່ວມໂລກ

2022-11-08 09:43:46 CRI

ຕອນຄ່ຳວັນທີ 4 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້ ຜ່ານທາງວິດີໂອ ໂດຍກ່າວເນັ້ນວ່າ: ຈີນຈະຊຸກຍູ້ໃຫ້ປະເທດຕ່າງໆ ແລະ ຝ່າຍຕ່າງໆຊົມໃຊ້ໂອກາດຮ່ວມກັນ. ນັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງຫຼາຍທ່ານເຫັນວ່າ: ຄຳປາໄສຂອງທ່ານສີຈິ້ນຜິງຈັບອົກຈັບໃຈຫຼາຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງຈີນ ທີ່ຈະເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ຊຸກຍູ້ການພັດທະນາຮ່ວມກັນ.


5 ປີກ່ອນ, ທ່ານສີຈິ້ນຜິງປະກາດວ່າຈະຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ກໍແມ່ນຈະເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ເຮັດໃຫ້ຕະຫຼາດໃຫຍ່ຂອງຈີນກາຍເປັນໂອກາດໃຫຍ່ຂອງໂລກ. ຕາມສະຖິຕິ, ນັລວມແລ້ວ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 4 ຄັ້ງທີ່ຜ່ານມາ ໄດ້ນຳເຂົ້າຜະລິດຕະພັນ 270.000 ກວ່າຊະນິດ, ໄດ້ບັນລຸສັນຍາຄ້າຂາຍ 270 ກວ່າຕື້ໂດລາສະຫະລັດ, ໄດ້ເປີດຕົວຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ຫຼາຍກວ່າ 1.000 ລາຍການ. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ກາຍເປັນປ່ອງຢ້ຽມແຫ່ງການສ້າງສະພາບການພັດທະນາໃໝ່, ເປັນເວທີຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ ແລະ ເປັນຜະລິດຕະພັນສາທາລະນະລະດັບສາກົນທີ່ທົ່ວໂລກຊົມໃຊ້ຮ່ວມກັນ.



ງານວາງສະແດງສິຄ້ານຳເຂົ້າສາກົນຈີນຄັ້ທີ 5 ເປັນງານວາງສະແດງສິນຄ້າສາກົນທີ່ສຳຄັນຄັ້ງທຳອິດ ທີ່ຈີນເປັນເຈົ້າພາບຈັດຂຶ້ນຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ລວມມີ 145 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ສາກົນເຂົ້າຮ່ວມງານ, ມີວິສາຫະກິດ 284 ແຫ່ງໃນວິສາຫະກິດອັນດັບສຸດຍອດລະດັບໂລກ 500 ແຫ່ງ ແລະ ວິສາຫະກິດນຳໜ້າຂະແໜງການເຂົ້າຮ່ວມງານວາງສະແດງວິສາຫະກິດ ແລະ ການຄ້າ.


ບົດລາຍງານການເມືອງຂອງກອງປະຊຸໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ກ່າວເນັ້ນໜັກວ່າ: ຈີນຈະຍຶດໝັ້ນນະໂຍບາຍພື້ນຖານໃນການເປີດປະຕູສູ່ພາຍນອກ, ຍຶດໝັ້ນຍຸດທະສາດເປີດປະຕູສູ່ພາຍນອກ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຈະສ້າງໂອກາດໃໝ່ໃຫ້ແກ່ໂລກເລື້ອຍໆ ດ້ວຍການພັດທະນາໃໝ່ຂອງຈີນ. ເມື່ອສັງເກດຈາກຂະໜາດຂອງຕະຫຼາດຈີແລ້ວເຫັນວ່າ: ຈີນມີປະຊາກອນ 1,4 ຕື້ຄົນ ແລະ ກຸ່ມຄົນທີ່ມີລາຍຮັບປານກາງ 400 ລ້ານຄົນຂຶ້ນໄປ, ແຕ່ລະປີ, ຈະນຳເຂົ້າສິນຄ້າ ແລະ ການບໍລິການປະມານ 2.500 ຕື້ໂດລາສະຫະລັດ, ເປັນຕະຫຼາດການບໍລິໂພກສິນຄ້າໃຫຍ່ອັນດັບ 2 ຂອງໂລກ. ໃນເວລາກ່າວຄຳປາໄສ, ທ່ານສີຈິ້ນຜິງກ່າວວ່າ: ຈີນຈະເລັ່ງການກໍ່ສ້າງຕະຫຼາດພາຍໃນປະເທໃຫ້ເຂັ້ມແຂງ, ຊຸກຍູ້ໃຫ້ການຄ້າສິນຄ້າປະເພດຈັບຕ້ອງໄດ້ກ້າວຂຶ້ນສູ່ລະດັບໃໝ່, ສ້າງກົນໄກພັດທະນາການຄ້າການບໍລິການໃໝ່, ເປີດກວ້າງການນຳເຂົ້າຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ອື່ນໆ ເຊິ່ງຈະສ້າງເງື່ອນໄຂທີ່ດີກວ່າເກົ່າສຳລັບປະເທດຕ່າງໆໃນໂລກຊົມໃຊ້ໂອກາດຈາກຕະຫຼາດໃຫຍ່ຂອງຈີນ.



ຈາກການຊຸກຍູ້ການສ້າງເຂດທົດລອງການຄາເສລີ 21 ແຫ່ງຢ່າງເປັນເອກະພາບກັນ, ຕະຫຼອດຮອດການປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ຫຼຸດບັນຊີດ້ານລົບໃນການອະນຸມັດການລົງທຶນຈາກຕ່າງປະເທດໃຫ້ໜ້ອຍລົງຢ່າງຕໍ່ເນື່ອງ. ໃນຫຼາຍປີມໍ່ໆມານີ້, ຈີນໄດ້ວ່າງບາດກ້າວໄປສູ່ການເປີດປະຕູສູ່ພາຍນອກຢ່າງມີລະບຽບການ ແລະ ເປີດກວ້າງພື້ນທີ່ການພັດທະນາຂອງທຶນຕ່າງປະເທດຢູ່ຈີນຢ່າງຕໍ່ເນື່ອງ.



ປີນີ້ແມ່ນປີທຳອິດທີ່ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ເລີ່ມມີຜົນບັງຄັບໃຊ້, ປະເທດພາຄີຂອງສັນຍາ RCEP ລ້ວນແຕ່ມີວິສາຫະກິດມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເຊິ່ງໄດ້ກາຍເປັນຈຸດເດັ່ນໃນງານວາງສະແດງປີນີ້. ໃນເວລາກ່າວຄຳປາໄສ, ທ່ານສີຈິ້ນຜິງກ່າວວ່າ: ຈີນຈະຕັ້ງໜ້າຊຸກຍູ້ການເຂົ້າເປັນປະເທພາຄີສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດປາຊີຟິກທີ່ຮອບດ້ານ ແລະ ກ້າວໜ້າແລະສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືເສດຖະກິດີຈີຕອນພ້ອມທັງເປີດກວ້າງເຄືອຂ່າຍເຂດກາຄ້າເສລີທີ່ມີມາດຕະຖານສູງ ທີ່ອວ່າຍໜ້າໄປສູ່ທົ່ວໂລກ. ນີ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ: ຈີມີຄວາມຕັດສິນໃຈໃນການຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູສູ່ພາຍນອກ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.