ຍີ່ປຸ່ນເຂົ້າຮ່ວມສູນປ້ອງກັນອິນເຕີເນັດຂອງອົງການນາໂຕ ປະເທດຢູ່ໃນພາກພື້ນອາຊີຄວນເພີ່ມສະຕິລະວັງຕົວເປັນຢ່າງສູງ

2022-11-08 11:27:13 CRI


   ຕໍ່ກັບການລາຍງານຂ່າວທີ່ວ່າຍີ່ປຸ່ນເຂົ້າຮ່ວມສູນປ້ອງກັນອິນເຕີເນັດຂອງອົງການນາໂຕ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 7 ພະຈິກນີ້ວ່າ: ໃນຫຼາຍປີມໍ່ໆມານີ້, ອົງການນາໂຕໄດ້ເພີ່ມທະວີການຕິດຕໍ່ພົວພັນກັບບັນດາປະເທດໃນອາຊີ-ປາຊິຟິກຢ່າງບໍ່ຢຸດຢັ້ງ ເຊິ່ງອົງການນາໂຕເຮັດແນວນີ້ແມ່ນມີຈຸດປະສົງແນວໃດ, ປະຊາຄົມໂລກໂດຍສະເພາະແມ່ນປະເທດຢູ່ໃນພາກພື້ນອາຊີ-ປາຊິຟິກຄວນເພີ່ມສະຕິລະວັງຕົວເປັນຢ່າງສູງ.


   ຕາມຂ່າວແຈ້ງວ່າ: ທ່ານ ຮາມາດາ ຢາຊຸກາຊູ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ກ່າວໃນຫວ່າງບໍ່ດົນມານີ້ວ່າ, ຍີ່ປຸ່ນໄດ້ເຂົ້າຮ່ວມສູນປ້ອງກັນອິນເຕີເນັດຂອງອົງການນາໂຕຢ່າງເປັນທາງການ.


   ທ່ານ ຈ້າວລີ້ຈ່ຽນ ໄດ້ກ່າວໃນໂອກາດຕອບຄຳຖາມຂອງນັກຂ່າວວ່າ: “ອາຊີຕາເວັນອອກເປັນພາກພື້ນແຫ່ງສັນຕິພາບ ແລະຄວາມໝັ້ນຄົງ, ພ້ອມດຽວກັນນີ້ກໍເປັນພາກພື້ນແຫ່ງການຮ່ວມກັນພັດທະນາ, ແຕ່ບໍ່ແມ່ນພາກພື້ນແຫ່ງການຍາດແຍ່ງກັນທາງການເມືອງ. ຍ້ອນສາເຫດປະຫວັດສາດການຮຸກຮານລັດທິຂຸນເສິກ, ສະນັ້ນ, ການກະທຳຂອງຍີ່ປຸ່ນໃນຂົງເຂດການທະຫານ ແລະຄວາມໝັ້ນຄົງຈຶ່ງໄດ້ຮັບການເອົາໃຈໃສ່ຈາກປະເທດໃກ້ຄຽງໃນອາຊີ ແລະປະຊາຄົມໂລກເປັນພິເສດ, ສິ່ງທີ່ຍິ່ປຸ່ນຄວນເຮັດກໍຄືຖອດຖອນບົດຮຽນຈາກປະຫວັດສາດຢ່າງຕັ້ງໜ້າ, ຍຶດໝັ້ນເສັ້ນທາງແຫ່ງການພັດທະນາໂດຍສັນຕິ ແລະຢ່າເຮັດສິ່ງທີ່ທໍາລາຍຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະເທດໃນພາກພື້ນ ກໍຄືສິ່ງທີ່ທໍາລາຍສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ.”