ຈັດກອງປະຊຸມການຄ້ານ້ຳມັນເຊື້ອໄຟສາກົນຈີນຄັ້ງທີ 11

2022-11-09 13:31:22 cri



ກອງປະຊຸມການຄ້ານ້ຳມັນເຊື້ອໄຟສາກົນຈີນຄັ້ງທີ 11 ໂດຍການເປັນເຈົ້າພາບ ຂອງກົມພັດທະນາການຄ້າຕ່າງປະເທດກະຊວງການຄ້າຈີນໄດ້ຈັດຂຶ້ນ ລະຫວ່າງວັນທີ 8-9 ພະຈິກນີ້ຢູ່ນະຄອນຊຽງໄຮ.

   ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍປະສົມປະສານຮູບແບບຜ່ານທາງອ໋ອນລາຍແລະ ຮູບແບບເຊິ່ງໜ້າຄືຫຼາຍຄັ້ງທີ່ຜ່ານມາ ເຊິ່ງມີຫົວຂໍ້ຫຼັກວ່າ: “ລົງເລິກການຄ້າ ແລະການຮ່ວມມືສາກົນດ້ານນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດ, ຊຸກຍູ້ ການພັດທະນາເສດຖະກິດສັງຄົມດ້ວຍຄຸນນະພາບສູງ” ມີຜູ້ຕາງໜ້າຈາກ ບໍລິສັດນ້ຳມັນເຊື້ອໄຟ, ວິສາຫະກິດການຄ້າແລະການຂົນສົ່ງທາງທະເລ, ສະຖາ ບັນການເງິນ ແລະຂໍ້ມູນຂ່າວສານ ພ້ອມດ້ວຍສະຖາບັນຄົ້ນຄວ້າວິຊາການທີ່ມີ ຊື່ສຽງຢູ່ໃນໂລກຈາກ 14 ປະເທດແລະເຂດແຄວ້ນເກືອບ 500 ຄົນໄດ້ເຂົ້າຮ່ວມ.

    ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວວ່າ: ໂດຍປະ ເຊີນໜ້າກັບຜົນກະທົບອັນສະຫຼັບສັບຊ້ອນຈາກການປ່ຽນແປງຂອງໂລກໃນຮອບ ຮ້ອຍປີ ແລະການແພ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຄວນເພີ່ມ ທະວີການແລກປ່ຽນຄວາມຄິດຄວາມເຫັນ ແລະປະສານງານກັນ, ປົກປັກຮັກ ສາຄວາມເຂັ້ມແຂງແລະຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງພະລັງງານ, ກຳແໜ້ນກະແສລວມຂອງຍຸກສະໄໝ, ຊຸກຍູ້ການຫັນ ປ່ຽນໂຄງປະກອບພະລັງງານໃຫ້ເປັນສີຂຽວແລະກາກບອນຕ່ຳ, ສົ່ງເສີມການ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພັດທະນານ້ຳມັນເຊື້ອໄຟ ແລະອາຍແກັສທຳມະຊາດໃຫ້ພັດທະນາດ້ວຍຄຸນນະພາບສູງ.