ຈີນຕອບໂຕ້ທັດສະນະກ່ຽວພັນກັບຈີນຂອງສະຫະພາບເອີຣົບວ່າ: ຫວັງວ່າເອີຣົບຈະປະຕິບັດຕໍ່ສາຍພົວພັນລະຫວ່າງຈີນ-ເອີຣົບຢ່າງພາວະວິໄສແລະສົມເຫດສົມຜົນ

2022-11-09 15:12:34 cri


ໂດຍແນໃສ່ທັດສະນະກ່ຽວພັນກັບຈີນຂອງສະຫະພາບເອີຣົບ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວໃນວັນທີ 8 ພະຈິກນີ້ວ່າ: ຈີນຫວັງວ່າເອີຣົບຈະປະຕິບັດຕໍ່ສາຍພົວພັນລະຫວ່າງຈີນ-ເອີຣົບຢ່າງພາວະວິໄສແລະສົມເຫດສົມຜົນ, ຮ່ວມກັບຈີນກຳແໜ້ນດ້ານຫຼັກແຫ່ງການເຈລະຈາກັນແລະຮ່ວມມືກັນຂອງສອງຝ່າຍ, ປົກປັກຮັກສາພື້ນຖານທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ດີ, ຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍຂອງໂລກ, ສະໜອງຄວາມໝັ້ນຄົງແລະພະລັງແຮງທາງບວກຫຼາຍກວ່າເກົ່າໃຫ້ແກ່ໂລກທີ່ມີຄວາມປັ່ນປ່ວນ ເຊິ່ງຈະເປັນຜົນດີຕໍ່ຈີນແລະເອີຣົບ ທັງມີຜົນດີຕໍ່ທົ່ວໂລກ.

ຕາມຂ່າວໃຫ້ຮູ້ວ່າ: ທ່ານໂຈເຊັບ ໂບເຣນ ຜູ້ຕາງໜ້າລະດັບສູງກ່ຽວກັບນະໂຍບາຍການຕ່າງປະເທດແລະຄວາມໝັ້ນຄົງສະຫະພາບເອີຣົບໄດ້ຂຽນບົດຄວາມວ່າ: ຈີນແມ່ນຄູ່ຮ່ວມເສດຖະກິດທີ່ສຳຄັນຂອງສະຫະພາບເອີຣົບ, ຍັງແມ່ນຄູ່ແຂ່ງຂັນຢ່າງຮອບດ້ານແລະຄູ່ແຂ່ງຂັນທາງດ້ານລະບຽບການ, ສະຫະພາບເອີຣົບຄວນຫຼີກເວັ້ນການອາໄສຕໍ່ປະເທດຈີນຫຼາຍເກີນໄປ, ເພີ່ມຄວາມໝັ້ນໜຽວຂອງຕົນ. ເນື້ອໃນບົດນີ້ຍັງລະບຸວ່າ: ທ່ານຈະຮັກສາການແລກປ່ຽນຄວາມເຫັນກ່ຽວກັບຫົວຂໍ້ທີ່ກ່ຽວພັນເຖິງຈີນ ກັບຄູ່ຮ່ວມໂດຍຜ່ານເວທີ G7 ແລະຍິນດີຮັກສາການແລກປ່ຽນກັບຈີນກ່ຽວກັບບັນຫາສິດທິມະນຸດແລະອື່ນໆ.

ຕໍ່ກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນກ່າວວ່າ: ໃນຊຸ່ມປີມໍ່ໆມານີ້, ມູນຄ່າການຄ້າຈີນ-ເອີຣົບໄດ້ສ້າງສະຖິຕິສູງສຸດຫຼາຍຄັ້ງ, ສອງຝ່າຍໄດ້ຮັກສາການແລກປ່ຽນແລະການປະສານງານກ່ຽວກັບບັນຫາສາກົນແລະພາກພື້ນ. ຄວາມຈິງໄດ້ຢັ້ງຢືນວ່າ:  ຈີນແລະເອີຣົບມີຜົນປະໂຫຍດຮ່ວມທີ່ກວ້າງຂວາງ ແລະພື້ນຖານການຮ່ວມມືທີ່ສະສົມມາເປັນເວລາຍາວນານ, ຍິ່ງມີທ່າອ່ຽງການພັດທະນາທີ່ຊ່ວຍຊູຍູ້ໜູນກັນໃນລະດັບສູງ. ຈີນແລະເອີຣົບມີການແຂ່ງຂັນ, ແຕ່ການຮ່ວມມືແມ່ນໃຫຍ່ກວ່າການແຂ່ງຂັນ, ການແຂ່ງຂັນຈຳນວນໜຶ່ງລະຫວ່າງສອງຝ່າຍແມ່ນໃນແງ່ດີ, ຈະມີຜົນດີຕໍ່ການຊຸກຍູ້ໃຫ້ຝ່າຍຕ່າງໆເລັ່ງລັດການພັດທະນາ.