ບົດລາຍງານຮ່ວມຂອງCOP27ຮຽກຮ້ອງໃຫ້ລົງທຶນຈຳນວນ 2.000 ຕື້ໂດລາສະຫະລັດຕໍ່ປີສະໜັບສະໜູນປະເທດພວມພັດທະນາ

2022-11-09 13:54:31 CRI

ປະເທດປະທານກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນ ຟ້າອາກາດສະຫະປະຊາຊາດຄັ້ງທີ 27 ຫຼື COP27 ແລະປະເທດປະທານ ກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະ ຊາຊາດຄັ້ງທີ 26 ຫຼື COP26 ໄດ້ຮ່ວມກັນຮຽບຮຽງບົດລາຍງານໂດຍ ຮຽກຮ້ອງໃຫ້ລົງທຶນຈຳນວນ 2.000 ຕື້ໂດລາສະຫະລັດຕໍ່ປີເພື່ອສະໜັບສະໜູນປະເທດ ພວມພັດທະນາໃນການສະກັດກັ້ນປາກົດການໂລກຮ້ອນຂຶ້ນພ້ອມທັງຮັບມືກັບຜົນກະທົບຈາກສະພາບດັ່ງກ່າວຈົນຮອດປີ2030.

ບົດລາຍງານສະບັບນີ້ມີຫົວຂໍ້ວ່າ: “ການລະດົມທຶນເພື່ອການເຄື່ອນໄຫວ ດ້ານດິນຟ້າອາກາດ” ເຊິ່ງໄດ້ລະບຸວ່າ: ໃນຈຳນວນເງິນທຶນທີ່ລະດົມດັ່ງກ່າວ, ມີ 1.000 ຕື້ໂດລາສະຫະລັດຄວນມາຈາກປະເທດຮັ່ງມີ, ຜູ້ລົງທຶນ ແລະທະນາຄານ ພັດທະນາຫຼາຍຝ່າຍ, ສ່ວນອີກ 1.000 ຕື້ໂດລາສະຫະລັດແມ່ນມາຈາກຊັບພະຍາກອນສາທາລະນະ ແລະອົງການທຸລະກິດເອກະຊົນຂອງປະເທດພວມພັດທະນາ. ບົດລາຍງານຍັງໄດ້ກຳນົດຢ່າງຈະແຈ້ງກ່ຽວກັບຂົງເຂດຕ່າງໆທີ່ຕ້ອງ ການລົງທຶນໃນການເຈລະຈາກ່ຽວກັບດິນຟ້າອາກາດຂອງອົງການສະຫະປະຊາຊາດລວມທັງການຫຼຸດຜ່ອນການລະບາຍອາຍພິດເຮືອນແກ້ວ, ການປັບຕົວເຂົ້າກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນອະນາຄົດ ພ້ອມດ້ວຍ ການທົດແທນຜົນເສຍຫາຍທີ່ບາງປະເທດໄດ້ປະສົບໂດຍບໍ່ສາມາດຫຼີກລ່ຽງໄດ້.

ບົດລາຍງານຍັງລະບຸຕື່ມວ່າ: ແຫຼ່ງທີ່ມາຂອງເງິນທຶນແມ່ນມີຄວາມສຳຄັນຫຼາຍທີ່ສຸດສຳລັບຕະຫຼາດທີ່ຈະເລີນໃໝ່ແລະປະເທດພວມພັດທະນາໃນການປ້ອງກັນແລະຮັບມືກັບຜົນເສຍຫາຍຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.