ດິນບໍລິເວນນ້ຳຫຼໍ່ລ້ຽງທຳມະຊາດທີ່ສວຍງາມ

2022-11-09 16:45:46 cri

    ດິນບໍລິເວນນ້ຳຖືກຂະໜາມນາມວ່າ ເປັນ “ໝາກໄຂ່ຫຼັງຂອງໜ່ວຍໂລກ”, ເປັນລະບົບນິເວດທີ່ສຳຄັນ, ມີບົດບາດທາງນິເວດວິທະຍາຫຼາກຫຼາຍຢ່າງ ເຊັ່ນ: ຫຼໍ່ລ້ຽງແຫຼ່ງນ້ຳ, ບົວລະບັດນ້ຳໃຫ້ສະອາດຂຶ້ນ, ປັບປຸງດິນຟ້າອາກາດ, ປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະອື່ນໆ, ຍັງເປັນສະຖານທີ່ພັກອາໄສ ແລະອອກແມ່ແຜ່ລູກຂອງສັດປ່າພືດປ່າຈຳນວນມະຫາສານອີກດ້ວຍ. ປັດຈຸບັນ, ເນື້ອທີ່ດິນບໍລິເວນນ້ຳຢູ່ຈີນມີ 66 ລ້ານກວ່າເຮັກຕາ, ໃນນັ້ນ, ດິນບໍລິເວນນ້ຳທຳມະຊາດມີ 28 ລ້ານເຮັກຕາ, ໄດ້ສ້າງສຳເລັດສວນສາທາລະນະດິນບໍລິເວນນ້ຳ 1600 ແຫ່ງ, ມີຕົວເມືອງ 13 ແຫ່ງຖືກຮັບຮອງເປັນ “ຕົວເມືອງດິນບໍລິເວນນ້ຳ” ຈາກ “ສົນທິສັນຍາດິນບໍລິເວນນ້ຳ”.