ໄຂກອງປະຊຸມເວທີເປິກສາຫາລືຄັງປັນຍາ “ຈີນ+5 ປະເທດຢູ່ອາຊີກາງ” ຄັ້ງທີ 2

2022-11-09 12:36:39 cri


   ປີນີ້ແມ່ນຈີນ ແລະ 5 ປະເທດຢູ່ອາຊີກາງສ້າງສາຍພົວພັນທາງການທູດ ຄົບຮອບ 30 ປີ, ວັນທີ 8 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືຄັງປັນຍາ “ຈີນ+5 ປະເທດຢູ່ອາຊີກາງ” ຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ນັກວິຊາການຄັງປັນຍາຈາກຈີນແລະອຸສເບກິດສະຖານ, ກາຊັກສະຖານ, ຕັດຈິກິດສະຖານ, ຕວັກເມນິດສະຖານ, ກຽກກິດສະຖານ ພ້ອມດ້ວຍທູຕານຸທູດຂອງຫຼາຍປະເທດປະຈຳປະເທດຈີນແລະອື່ນໆ ໄດ້ດຳເນີນການສຳມະນາແລກປ່ຽນໂດຍປິ່ນອ້ອມ “ແຜນວາດໃໝ່ທີ່ເດີນໄປສູ່ການຮ່ວມກັນພັດທະນາ”.


   ຫຼາຍປີຜ່ານມານີ້, ຈີນແລະປະເທດຢູ່ອາຊີກາງໄດ້ດຳເນີນການຮ່ວມມືຕົວຈິງຢ່າງມີປະສິດທິຜົນ, ມູນຄ່າການຄ້າໃນປີນີ້ຄາດວ່າຈະສ້າງສະຖິຕິສູງສດຸຄັ້ງໃໝ່ທາງປະຫວັດສາດ. ທ່ານຫຼີຮຸ່ຍ ຜູ້ຕາງໜ້າພິເສດຂອງລັດຖະບານຈີນກ່ຽວກັບວຽກງານເອີຣົບ-ອາຊີກ່າວວ່າ: ທັງນີ້ໄດ້ສ່ອງແສງເຖິງຄວາມເຂັ້ມແຂງຂອງການພົວພັນຈີນ ແລະ ປະເທດຢູ່ອາຊີກາງຢ່າງເຕັມສ່ວນ. ຖ້າບໍ່ມີສັນຕິພາບກໍຈະຍາກທີ່ຈະພັດທະນາ, ປັດສະຈາກຄວາມໝັ້ນທ່ຽງກໍຈະບໍ່ສາມາດຈະເລີນຮຸ່ງເຮືອງ.


   ທ່ານຈ່າງໝິງ ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮໄດ້ຊີ້ໃຫ້ເຫັນໃນເວລາ ກ່າວຄຳປາໄສຜ່ານທາງວີດີໂອວ່າ: ໃນດ້ານປົກປັກຮັກສາຄວາມໝັ້ນຄົງ, ປະເທດຢູ່ອາຊີກາງໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນຂະບວນການຕໍ່ຕ້ານປັດໄຈທີ່ຂົ່ມຂູ່ເຖິງຄວາມໝັັ້ນຄົງຂອງພາກພື້ນ,ເປັນຕົ້ນແມ່ນລັດທິກໍ່ການຮ້າຍ, ລັດທິຫົວຮຸນແຮງ, ການຄ້າຂາຍຢາເສບຕິດແລະອື່ນໆ. ໃນດ້ານການພັດທະນາ, ປະເທດຢູ່ອາຊີກາງແມ່ນຜູ້ເຂົ້າຮ່ວມຢ່າງຕັ້ງໜ້າ, ຜູ້ປະກອບສ່ວນ ແລະ ຜູ້ໄດ້ຮັບຜົນປະໂຫຍດຂອງການຮ່ວມມືໃນຂົງເຂດຕ່າງໆພາຍໃນຂອບອົງການຮ່ວມມືຊຽງໄຮ.