ຈັດງານວາງສະແດງຮູບພາບແລະວິດີໂອຊາວໜຸ່ມຈີນ-ປະເທດເອີຣົບກາງເອີຣົບຕາເວັນອອກຢູ່ແຊັກບີ

2022-11-09 12:40:32 CRI

 

   ຫວ່າງບໍ່ດົນມານີ້, ວິທະຍຸໂທລະພາບສູນກາງຈີນ ແລະສະຕູດີໂອສື່ປະສົມແບນກຣາດແຊັກບີ ໄດ້ຮ່ວມກັນເປັນເຈົ້າພາບຈັດເວທີເປິກສາຫາລືຊາວໜຸ່ມຈີນ-ແຊັກບີພາຍໃຕ້ຫົວຂໍ້ “ຂະບວນການອອກເດີນທາງຄັ້ງໃໝ່ ແລະອະນາຄົດໃໝ່” ລວມທັງງານວາງສະແດງຮູບພາບ ແລະວິດີໂອຊາວໜຸ່ມຈີນ-ປະເທດເອີຣົບກາງເອີຣົບຕາເວັນອອກພາຍໃຕ້ຫົວຂໍ້ “ໄວໜຸ່ມທີ່ມີຫຼາກຫຼາຍສີສັນ” ຢູ່ນະຄອນໂນວີຊາດປະເທດແຊັກບີ.



   ທ່ານນາງ ຈ່ຽງຢູ ຜູ້ຕາງໜ້າພິເສດຂອງກະຊວງການຕ່າງປະເທດຈີນກ່ຽວກັບວຽກງານການຮ່ວມມືຈີນ-ປະເທດເອີຣົບກາງເອີຣົບຕາເວັນອອກ ໄດ້ເຂົ້າຮ່ວມງານແລະກ່າວຄໍາປາໄສຜ່ານວິດີໂອທາງໄກ. ມີເຈົ້າໜ້າທີ່ພາກສ່ວນຕ່າງໆຂອງລັດຖະບານແຊັກບີ, ຜູ້ຊ່ຽວຊານ ແລະນັກວິຊາການ, ຜູ້ຕາງໜ້າສື່ມວນຊົນ, ສິລະປິນຊາວໜຸ່ມ, ນັກສຶກສາ ແລະພາກສ່ວນອື່ນໆໄດ້ເຂົ້າຮ່ວມເວທີເປິກສາຫາລືຄັ້ງນີ້. ໃນໂອກາດນີ້, ບັນດາແຂກທີ່ເຂົ້າຮ່ວມງານໄດ້ລົງເລິກເປິກສາຫາລືໂດຍປິ່ນອ້ອມຫົວຂໍ້ “ການຫັນເປັນຄວາມທັນສະໄໝແບບຈີນ” ມີຄວາມໝາຍແນວໃດຕໍ່ການພັດທະນາຂອງໂລກ ແລະຄວາມກ້າວໜ້າຂອງມວນມະນຸດ, ຈີນເລີ່ມຂະບວນການອອກເດີນທາງຄັ້ງໃໝ່ນໍາເອົາໂອກາດໃໝ່ມາໃຫ້ກັບຊາວໜຸ່ມຂອງໂລກພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ບົດບາດຂອງຊາວໜຸ່ມໃນການຊຸກຍູ້ການພັດທະນາຂອງໂລກບົນຄວາມແຕກຕ່າງກັນລະຫວ່າງວັດທະນະທໍາ ແລະຫົວຂໍ້ອື່ນໆ, ພ້ອມນີ້ຍັງໄດ້ຮ່ວມກັນຊົມຜົນງານຕ່າງໆໃນງານວາງສະແດງຮູບພາບ ແລະວິດີໂອຊາວໜຸ່ມຈີນ-ປະເທດເອີຣົບກາງເອີຣົບຕາເວັນອອກພາຍໃຕ້ຫົວຂໍ້ “ໄວໜຸ່ມທີ່ມີຫຼາກຫຼາຍສີສັນ”.