ປະເທດທີ່ພັດທະນາແລ້ວຄວນສະເໜີແຜນເພີ່ມທຶນເປັນເທົ່າຕົວເພື່ອປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ

2022-11-09 13:45:36 cri

ວັນທີ 8 ພະຈິກນີ້,  ທ່ານເຊ້ເຈີ້ນຮວາ ຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທູດພິເສດວຽກງານການປ່ຽນແປງດ້ານດິນຟ້າອາກາດຂອງປະເທດຈີນໄດ້ປະກອບຄຳເຫັນໃນກອງປະຊຸມສຸດຍອດໂລກຂອງກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດຄັ້ງທີ 27 ຫຼື COP27 ໂດຍທ່ານກ່າວວ່າ: ປະເທດທີ່ພັດທະນາແລ້ວຄວນອອກທຶນ 100 ຕື້ໂດລາສະຫະລັດຕາມຄຳໝັ້ນສັນຍາຂອງຕົນໂດຍໄວເທົ່າທີ່ຈະໄວໄດ້ ພ້ອມທັງສະເໜີແຜນເພີ່ມທຶນເປັນເທົ່າຕົວເພື່ອປັບຕົວເຂົ້າກັບສະພາບ ການປ່ຽນແປງຂອງດິນຟ້າອາກາດ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ ແລະການເຕົ້າໂຮມກຳລັງແຮງສັງລວມເຂົ້າໃນການເຄື່ອນໄຫວຕົວຈິງລະຫວ່າງປະ ເທດທີ່ພັດທະນາແລ້ວກັບປະເທດພວມພັດທະນາ.

 ທ່ານເຊ້ເຈີ້ນຮວາກ່າວຕື່ມວ່າ: ປີນີ້, ອາກາດຮ້າຍແຮງໄດ້ເກີດຂຶ້ນເລື້ອຍໆ, ຫຼາຍແຫ່ງໃນທະວີບຕ່າງໆຢູ່ໃນໂລກໄດ້ປະສົບຜົນເສຍຫາຍຢ່າງໜັກໜ່ວງ, ວິກິດການດ້ານພະລັງງານ, ສະບຽງອາຫານແລະອື່ນໆໄດ້ປາກົດຕົວຂຶ້ນ, ຂະບວນວິວັດການ ປ່ຽນແປງຂອງດິນຟ້າອາກາດໄດ້ປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ. ລັດທິຫຼາຍຝ່າຍ ແລະຄວາມສາມັກຄີຮ່ວມມືກັນ ເວລາໃດກໍເປັນເສັ້ນທາງທີ່ຕ້ອງເດີນຜ່ານ ເພື່ອກ້າວອອກຈາກສະພາບຫຍຸ້ງຍາກ. ຫຼັກການຄວາມຮັບຜິດຊອບ‍ຮ່ວມກັນ ແຕ່ມີຄວາມແຕກຕ່າງກັນ ແລະກົນໄກການປະກອບສ່ວນຂອງຊາດຕົນຕາມ ທີ່ໄດ້ຕົກລົງໄວ້ ຍັງຄົງແມ່ນທາງເລືອກອັນຈຳເປັນໃນການເອົາຊະນະສິ່ງທ້າທາຍ.

ທ່ານເຊ້ເຈີ້ນຮວາຍັງກ່າວຕື່ມອີກວ່າ: ເມື່ອປະເຊີນໜ້າກັບສິ່ງທ້າທາຍຈາກການ ປ່ຽນແປງຂອງດິນຟ້າອາກາດ, ມວນມະນຸດເປັນປະຊາຄົມຮ່ວມຊາຕາກຳ. ຈີນຫວັງວ່າ COP27 ຈະສຸມໃສ່ການປະຕິບັດຕົວຈິງ, ປະເທດທີ່ພັດທະນາແລ້ວ ຄວນນຳໜ້າເພີ່ມການຫຼຸດການລະບາຍກາກບອນຢ່າງແທ້ຈິງ, ເພື່ອບັນລຸເປົ້າໝາຍການປອດການລະບາຍກາກບອນກ່ອນກຳນົດເວລາຢ່າງຫຼວງຫຼາຍ,  ພ້ອມທັງ ສຸມຄວາມພະຍາຍາມໃຫ້ໄດ້ຮັບໝາກຜົນຕົວຈິງໃນບັນຫາການ ປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດແລະບັນຫາເງິນທຶນ ເຊິ່ງເປັນບັນຫາທີ່ປະເທດພວມພັດທະນາມີຄວາມສົນໃຈຫຼາຍທີ່ສຸດ.