ຈະຕັດການພົວພັນທາງເສດຖະກິດກັບຈີນ? ເຂົາເຈົ້າບໍ່ຍິນຍອມດອກ!

2022-11-09 16:25:02 CRI

ຕອນຄ່ຳວັນທີ 5 ພະຈິກນີ້, ທ່ານນາງຮວາຊຸນຢິງ ຜູ້ຊ່ວຍລັດຖະມົນຕີ ທັງເປັນໂຄສົກກະຊວງການຕ່າງປະເທດຈີນໄດ້ລົງຄວາມຄິດເຫັນທາງສື່ສັງຄົມອອນລາຍ ໂດຍໄດ້ໃຊ້ຮູບພາບແຜ່ນໜຶ່ງສະຫຼຸບການຮ່ວມມືລະຫວ່າງວິສາຫະກິດເຢຍລະມັນກັບຈີນ ແລະ ຂຽນຂໍ້ຄວາມວ່າ: ຈະຕັດການພົວພັນທາງເສດຖະກິດກັບຈີນ? ເຂົາເຈົ້າບໍ່ຍອມດອກ!


ຫວ່າງມໍ່ໆມານີ້, ທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນໄດ້ນຳພາ “ຄະນະຜູ້ບໍລິຫານທຸລະກິດສູງສຸດ” ຂອງວິສາຫະກິດທີ່ມີຊື່ສຽງຫຼາຍແຫ່ງຂອງເຢຍລະມັນ ເຊັ່ນ: BMW, Siemens, VW ແລະ ອື່ນໆ ມາຢ້ຽມຢາມຈີນຢ່າງເປັນທາງການ. ຕາມສື່ມວນຊົນເຢຍລະມັນເປີດເຜີຍວ່າ: ກ່ອນຈະອອກເດີນທາງ, ມີ 100 ກວ່າບໍລິສັດໄດ້ສະເໜີຊື່ ເພື່ອຂໍຕິດຕາມຄະນະຜູ້ແທນຢ້ຽມຢາມຈີນທີ່ນຳໂດຍທ່ານໂອລັຟ ໂຊນ, ແຕ່ພາຍຫຼັງໄດ້ຄັດເລືອກເປັນຫຼາຍຮອບແລ້ວ, ໄດ້ອະນຸມັດໃຫ້ພຽງແຕ່ 12 ບໍລິສັດເທົ່ານັ້ນ, ໃນນັ້ນ, ມີ 6 ບໍລິສັດເປັນບໍລິສັດທີ່ນອນຢູ່ໃນວິສາຫະກິດອັນດັບສຸດຍອດລະດັບໂລກ 500 ແຫ່ງ ແລະ ມີບາງບໍລິສັດສ້າງລາຍຮັບໃນການທຸລະກິດໄດ້ນັບເປັນສິບຕື້ເອີໂຣຢູ່ຈີນໃນປີກາຍນີ້, ບາງບໍລິສັດຫາກໍປະກາດແຜນການລົງທຶນຢູ່ຈີນໃນອະນາຄົດ. ຄວາມຈິງຍ່ອມບໍ່ໜີຄວາມຈິງ, ພຶດຕິກຳຕົວຈິງຂອງວິສາຫະກິດເຢຍລະມັນສະແດງໃຫ້ເຫັນວ່າ: ອາເມຣິກາ ປ່າວປະກາດອັນທີ່ເອີ້ນວ່າ “ຕັດການພົວພັນທາງເສດຖະກິດກັບຈີນໃນທາງຍຸດທະສາດ” ແມ່ນຝືນໃຈຄົນ.

ໃນໄລຍະຜ່ານມາ, ອາເມຣິກາໄດ້ປ່າວປະກາດຕັດການພົວພັນທາງເສດຖະກິດກັບຈີນເລື້ອຍໆ, ຕັ້ງໃຈທີ່ຈະແຍກຈີນອອກຈາກຕ່ອງໂສ້ການສະໜອງຂອງທົ່ວໂລກ. ໂດຍສະເພາະໃນຂົງເຂດທີ່ມີເຕັກນິກສູງແລະໃໝ່ຊະນິດຕ່າງໆ, ອາເມຣິກາບໍ່ພຽງແຕ່ໄດ້ຈຳກັດບໍ່ໃຫ້ວິສາຫະກິດປະເທດຕົນສົ່ງອອກມາຍັງຈີນເທົ່ານັ້ນ, ຫາກຍັງໄດ້ທຳລາຍຜົນປະໂຫຍດແກນກາງຂອງ “ພັນທະມິດ” ທັງຫຼາຍ, ບີບບັງຄັບໃຫ້ພັນທະມິດທັງຫຼາຍເຂົ້າຮ່ວມການປິດລ້ອມຈີນ. ແຕ່ນັບມາຮອດປັດຈຸບັນນີ້, ວິສາຫະກິດວິທະຍາສາດເຕັກໂນໂລຊີເກືອບທັງໝົດຂອງຍີ່ປຸ່ນ, ສ.ເກົາຫຼີ ແລະ ເອີຣົບ, ລ້ວນແຕ່ບໍ່ມີແຜນປະຕິບັດຕາມຍຸດທະສາດຕັດການພົວພັນທາງເສດຖະກິດກັບຈີນຂອງອາເມຣິກາ, ຈົນກະທັ້ງວິສາຫະກິດວິທະຍາສາດເຕັກໂນໂລຊີຂອງອາເມຣິກາເອງ ເຊິ່ງລວມທັງບໍລິສັດອິນເທວເປັນຕົ້ນ, ກໍບໍ່ຢາກສູນເສຍຕະຫຼາດອັນມະຫາສານຂອງຈີນ. ເພາະວ່າ, ປັດຈຸບັນນີ້, ເສດຖະກິດຈີນຍັງຮັກສາການເຕີບໂຕທີ່ວ່ອງໄວ. ກົງກັນຂ້າມ, ເມື່ອເຮົາສັງເກດອາເມຣິກາ, ພາຍໃຕ້ສະພາບອັດຕາເງິນເຟີ້ເພີ່ມຂຶ້ນຢ່າງວ່ອງໄວ, ບໍ່ພຽງແຕ່ຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາພົບຄວາມຫຍຸ້ງຍາກລຳບາກເທົ່ານັ້ນ, ເສດຖະກິດອາເມຣິກາກໍຖືກຄົນທັງຫຼາຍເຫັນວ່າ “ຈະຊຸດໂຊມລົງແນ່ນອນ 100%”.

“ໜັງສືພິມໂວນສຕຣິດລາຍວັນ” ຂອງອາເມຣິກາເຄີຍພິມບົດຄວາມວ່າ: “ການຕັດການພົວພັນທາງເສດຖະກິດ” ກັບກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ຈະເປັນຂະບວນການທີ່ຊັກຊ້າ, ລຳບາກ ແລະ ສິ້ນເປືອງເງິນຫຼາຍ. ໃນໄລຍະມໍ່ໆມານີ້, ພາຍຫຼັງທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນຢ້ຽມຢາມຈີນແລ້ວ, ທ່ານແອມ ມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ ກໍປະກາດວ່າຈະມາຢ້ຽມຢາມຈີນໃນໄວໆນີ້. ນີ້ສະແດງໃຫ້ເຫັນວ່າ: ປະເທດໃນເອີຣົບນັບມື້ນັບຫຼາຍມີຄວາມບໍ່ພໍໃຈຢ່າງສູງຕໍ່ອາເມຣິກາ. ພາຍໃຕ້ສະພາບການແບບນີ້, ອາເມຣິກາຍັງຢາກຖ່ວງດຶງປະເທດເອີຣົບເຂົ້າຄ້າຍຕັດການພົວພັນທາງເສດຖະກິດກັບຈີນ ຈະເປັນພຽງຄວາມເພີ້ຝັນເທົ່ານັ້ນ.

ໃນບົດລາຍງານການເມືອງທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູງກາງພັກຄອມມູນິດຈີນຂຶ້ນຜ່ານໃນກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ລະບຸວ່າ: “ຈີນຈະຍຶດໝັ້ນນະໂຍບາຍພື້ນຖານແຫ່ງການເປີດປະຕູສູ່ພາຍນອກ, ຍຶດໝັ້ນປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈະສ້າງໂອກາດໃໝ່ໃຫ້ແກ່ໂລກຢ່າງບໍ່ຢຸດຢັ້ງ ດ້ວຍການພັດທະນາໃໝ່ຂອງຈີນ ແລະ ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດຕ່າງໆໃນໂລກໃຫ້ໄດ້ດີກວ່າເກົ່າ.” ການລະບຸດັ່ງກ່າວໄດ້ຢືນຢັນໃຫ້ເຫັນວ່າ: ຈີນຈະເຮັດຄືແຕ່ເກົ່າເມືອຫຼັງ, ຮັກສາການເປີດປະຕູສູ່ພາຍນອກ ແລະ ສ້າງໂອກາດໃໝ່ໃຫ້ແກ່ໂລກ. ການຕັ້ງໃຈສະແຫວງຫາການຕັດການພົວພັນທາງເສດຖະກິດກັບຈີນ, ບໍ່ພຽງແຕ່ຈະບໍ່ສາມາດບັນລຸເປົ້າໝາຍຂອງຕົນໄດ້ເທົ່ານັ້ນ, ແຕ່ຍັງຈະເຮັດໃຫ້ຕົນເອງໂດດດ່ຽວກວ່າເກົ່າ ແລະ ຈະຝືນໃຈຄົນທັງຫຼາຍຢ່າງໜັກໜ່ວງກວ່າເກົ່າອີກດ້ວຍ.