ວິສາຫະກິດຈີນໄດ້ສ້າງເສັ້ນທາງລົດໄຟ 1 ໝື່ນກວ່າກິໂລແມັດຢູ່ອາຟຣິກາ

2022-11-09 12:48:10 CRI

 

   ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຮູ້ໃນເວລາຕອບຄໍາຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 8 ພະຈິກນີ້ວ່າ: ນັບແຕ່ສ້າງຕັ້ງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາເປັນຕົ້ນມາ, ວິສາຫະກິດຈີນໄດ້ສ້າງເສັ້ນທາງລົດໄຟ 1 ໝື່ນກວ່າກິໂລແມັດ, ທາງດ່ວນເກືອບ 1 ແສນກິໂລແມັດ, ຂົວເກືອບ 1 ພັນແຫ່ງ ແລະທ່າກໍາປັ່ນເກືອບ 1 ຮ້ອຍບ່ອນຢູ່ອາຟຣິກາແລ້ວ, ນອກນັ້ນຍັງໄດ້ສ້າງໂຮງໝໍ ແລະໂຮງຮຽນຢ່າງຫຼວງຫຼາຍຕື່ມອີກ.


   ຫວ່າງບໍ່ດົນມານີ້, ຂົວວາມີໃໝ່ໃນຕັງຊານີທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນ ໄດ້ເປີດນໍາໃຊ້ຢ່າງສໍາເລັດຜົນ. ໃນເວລາຕອບຄໍາຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານ ຈ້າວລີ້ຈ່ຽນ ໄດ້ໃຫ້ທັດສະນະດັ່ງກ່າວ. ພ້ອມທັງກ່າວວ່າ: ຂົວວາມີໃໝ່ໃນຖານະທີ່ເປັນໂຄງການຍຸດທະສາດສໍາຄັນລະດັບຊາດຂອງຕັງຊານີ, ມີຄວາມໝາຍສໍາຄັນຍິ່ງໃນການຊຸກຍູ້ການພັດທະນາຮ່ວມກັນຢູ່ທ້ອງຖິ່ນຕ່າງໆ ກໍຄືຊຸກຍູ້ການເຕີບໂຕຂອງເສດຖະກິດຕັງຊານີ.


   ໂອກາດນີ້, ທ່ານ ຈ້າວລີ້ຈ່ຽນ ກ່າວຕື່ມວ່າ: ພື້ນຖານໂຄງລ່າງທີ່ຫຼ້າຫຼັງເປັນຂໍ້ຈໍາກັດຂອງບັນດາປະເທດອາຟຣິກາໃນການບັນລຸການພັດທະນາມາໂດຍຕະຫຼອດ. ແນວໃດກໍຕາມ, ຝ່າຍຈີນຈະສືບຕໍ່ຍຶດໝັ້ນທັດສະນະທີ່ຕິດແທດກັບຕົວຈິງ, ມິດຕະພາບຕໍ່ກັນ ແລະມີຄວາມຈິງໃຈ ກໍຄືທັດສະນະທີ່ຖືກຕ້ອງຕໍ່ຜົນປະໂຫຍດ, ພະຍາຍາມຄຽງຄູ່ກັບຝ່າຍອາຟຣິກາດໍາເນີນການຮ່ວມມືທີ່ຕິດແທດກັບຕົວຈິງໃນຂົງເຂດຕ່າງໆ, ເສີມສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຈີນ-ອາຟຣິກາຕື່ມອີກ ເພື່ອເພີ່ມພະລັງໃໝ່ເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາຈີນ-ອາຟຣິກາໃນຍຸກໃໝ່.