ເລື່ອງລາວຂອງທ່ານສີຈິ້ນຜິງທີ່ນຳໜ້າຊຸກຍູ້ການປະຕິຮູບຢູ່ນະຄອນຊຽງໄຮ້

2022-11-09 17:39:25 cri

ເດືອນມີນາປີ 2007, ທ່ານສີຈິ້ນຜິງ ໄດ້ຍົກຍ້າຍຈາກແຂວງເຈີ້ຈ່ຽງໄປດຳລົງຕຳແໜ່ງເປັນເລຂາຄະນະພັກນະຄອນຊຽງໄຮ້. ຕອນນັ້ນ, ເສດຖະກິດຂອງຊຽງໄຮ້ໄດ້ຮັກສາການເຕີບໂຕ 10% ຂຶ້ນໄປໃນ 15 ປີລຽນຕິດ ແລະກຳລັງກຽມຈັດງານວາງສະແດງສິນຄ້າໂລກປີ 2010.

ເຖິງວ່າທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງດັ່ງກ່າວຢູ່ນະຄອນຊຽງໄຮ້ເປັນເວລາພຽງ 7 ເດືອນປາຍເທົ່ານັ້ນ, ແຕ່ວ່າທ່ານໄດ້ຮັກສາຄວາມຊິນເຄີຍທີ່ເຮັດມາຫຼາຍປີ ຄື: ລົງສຳຫຼວດຄົ້ນຄວ້າວຽກງານຢ່າງຮອບຄອບຫຼັງຈາກຂຶ້ນຮັບຕຳແໜ່ງຢູ່ທ້ອງຖິ່ນໃດໜຶ່ງ, ທ່ານໄດ້ໄປສຳຫຼວດກວດກາວຽກງານຢູ່ 19 ເຂດແລະເມືອງທັງໝົດຂອງນະຄອນຊຽງໄຮ້, ໄດ້ໂອ້ລົມກັບປະຊາຊົນຢູ່ໃນຕົວເມືອງ, ຊົນນະບົດ, ໂຮງງານແລະເຂດຊຸມຊົນ ເພື່ອຮັບຮູ້ສະພາບຕົວຈິງ ແລະໃຫ້ກຳລັງໃຈແກ່ເຂົາເຈົ້າ.

ໃນໄລຍະເປັນເລຂາຄະນະພັກນະຄອນຊຽງໄຮ້ແລະຕໍ່ມາເປັນຮອງປະທານປະເທດຈີນ, ທ່ານໄດ້ເຂົ້າຮ່ວມການກະກຽມງານວາງສະແດງສິນຄ້າໂລກ ເຊິ່ງງານວາງສະແດງຄັ້ງນີ້ມີ 246 ປະເທດແລະອົງການຈັດຕັ້ງສາກົນເຂົ້າຮ່ວມ ແລະມີຜູ້ຊົມຫຼາຍກວ່າ 73 ລ້ານເທື່ອຄົນຈາກພາຍໃນແລະຕ່າງປະເທດເຂົ້າຢ້ຽມຊົມ. ທ່ານສີຈິ້ນຜິງໄດ້ສະເໜີວ່າ: ການພັດທະນາຂອງນະຄອນຊຽງໄຮ້ຕ້ອງຈັດການຕາມທ່າອ່ຽງໂລກາພິວັດຂອງເສດຖະກິດໂລກ ແລະສະພາບການພັດທະນາຂອງທົ່ວປະເທດ. ໂດຍອີງຕາມຂໍ້ຫຍຸ້ງຍາກດ້ານຊັບພະຍາກອນສິ່ງແວດລ້ອມທີ່ຊຽງໄຮ້ປະເຊີນໃນຕອນນັ້ນ, ທ່ານສີຈິ້ນຜິງໄດ້ສະເໜີໃຫ້ຊຽງໄຮ້ພັດທະນາຂະແໜງການບໍລິການ, ອຸດສາຫະກຳແລະກະສິກຳພ້ອມກັນ ເຊິ່ງທິດຊີ້ນຳດັ່ງກ່າວນີ້ໄດ້ກາຍເປັນຮອຍບາດກ້າວທີ່ສຳຄັນເລິກເຊິ່ງໃນການພັດທະນາຍາວນານຂອງຊຽງໄຮ້.


ທ່ານເປັນຜູ້ກຳນົດໂຄງປະກອບອຸດສາຫະກຳຂອງຊຽງໄຮ້

“ແຕ່ກີ້, ຫຼາຍຕົວເມືອງຖືທໍ່ຄັວນເປັນກຽດສະຫງ່າງາມ, ຕອນນີ້, ການທີ່ມີທໍ່ຄວັນຫຼາຍໄດ້ກາຍເປັນສັນຍາຫຼັກຂອງຕົວເມືອງທີ່ຫຼ້າຫຼັງ.”

——ທ່ານ ສີຈິ້ນຜິງ


ໃນເດືອນເມສາປີ 2007, ທ່ານສີຈິ້ນຜິງທີ່ໄປຮອດຊຽງໄຮ້ບໍ່ດົນກໍ່ໄດ້ຮັບຈົດໝາຍກ້ານໜຶ່ງຈາກທ່ານເຈີ່ງຊີ່ເວີນ ຮອງຜູ້ອຳນວຍການໃຫຍ່ທີ່ປະເທດຈີນຂອງບໍລິສັດຢູນິເລເວີ ເຊິ່ງໃນຈົດໝາຍນີ້ໄດ້ຂຽນວ່າ: “ບໍລິສັດຈະສ້າງສູນການຄົ້ນຄວ້າໃຫຍ່ທີ່ສຸດໃນໂລກຢູ່ຊຽງໄຮ້, ແຕ່ບໍ່ໄດ້ເປີດໂຄງການມາໂດຍຕະຫຼອດຍ້ອນສາເຫດຕ່າງໆ”.



ປີ 2011, ເຂດພູຕຸ່ງໃໝ່ຂອງຊຽງໄຮ້


ບໍລິສັດຢູນິເລເວີມີປະຫວັດສາດ 100 ກວ່າປີ, ມີຍີ່ຫໍ້ຫຼາຍກວ່າ 400 ອັນ.

ເລີ່ມແຕ່ປີ 2002 ເປັນຕົ້ນໄປ, ບໍລິສັດນີ້ໄດ້ປິດໂຮງງານຜະລິດ 5 ແຫ່ງຢູ່ຊຽງໄຮ້, ນີ້ໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງຢູ່ຊຽງໄຮ້.

ຫຼັງຈາກນັ້ນ, ທ່ານເຈີ່ງຊີ່ເວີນໄດ້ບອກທ່ານສີຈິ້ນຜິງທີ່ໄປລົງສຳຫຼວດກວດກາວຽກງານວ່າ: ການປິດໂຮງງານຜິລິດແມ່ນພາກສ່ວນສຳຄັນຂອງການຫັນປ່ຽນຮູບແບບດ້ານຍຸດທະສາດໃນທົ່ວໂລກຂອງບໍລິສັດ ຄື: ບໍລິສັດຈະສຸມກຳລັງສ້າງສຳນັກງານໃຫຍ່ແລະສູນຄົ້ນຄວ້າທີ່ໃຫຍ່ທີ່ສຸດໃນໂລກຢູ່ຊຽງໄຮ້.

ທ່ານສີຈິ້ນຜິງໄດ້ຢືນຢັນແນວຄິດດັ່ງກ່າວວ່າ: ນີ້ມີຄວາມສຳຄັນຕໍ່ຊຽງໄຮ້ຫຼາຍ. ພວກເຈົ້າຄວນນຳໃຊ້ບຸກຄະລະກອນຈີນເພື່ອພັດທະນາເສດຖະກິດຈີນ, ພ້ອມທັງຊຸກຍູ້ຜົນການຄົ້ນຄວ້າຂອງຈີນໄປສູ່ທົ່ວໂລກ.

ທ່ານເຈີ່ງຊີ່ເວີນອະທິບາຍວ່າ: ຊຽງໄຮ້ມີຜູ້ມີຄວາມຮູ້ຄວາມສາມາດຫຼາຍ, ຕອນນີ້ຢູ່ບໍລິສັດຊຽງໄຮ້ມີຫຼາຍກວ່າ 80% ແມ່ນຜູ້ຄົ້ນຄວ້າແລະຜູ້ບໍລິຫານງານ.

ທ່ານສີຈິ້ນຜິງກ່າວທັນທີວ່າ: ນີ້ກໍແມ່ນຈຸດກຳນົດຂອງຊຽງໄຮ້.



ເຄື່ອງບິນໂດຍສານຂະໜາດໃຫຍ່ C919 ທີ່ຜະລິດໂດຍກຸ່ມບໍລິສັດຊ່າງເຟີ່ຍຈີນທີ່ຕັ້ງຢູ່ຊຽງໄຮ້ ເຊິ່ງໄດ້ບິນຂຶ້ນຢ່າງສຳເລັດຜົນໃນວັນທີ 5 ພຶດສະພາປີ 2017 ຢ່າງສຳເລັດຜົນ


"ຊົນນະບົດແມ່ນ ບ່ອນຜະລິດອົກຊີແຊນ ແລະ ພື້ນທີ່ສີຂຽວ ຂອງຊຽງໄຮ້"

——ທ່ານສີຈິ້ນຜິງ


ໂດຍຜ່ານການລົງເລິກສຳຫຼວດຄົ້ນຄວ້າ, ທ່ານສີຈິ້ນຜິງໄດ້ສະເໜີຊ່ອງທາງການປັບປຸງໂຄງປະກອບຂອງອຸດສາຫະກຳຊຽງໄຮ້ວ່າ: “ຊຽງໄຮ້ນອກຈາກເທດສະບານເມືອງທີ່ມີເນື້ອທີ່ 600 ກີໂລຕາແມັດແລ້ວ, ຊານເມືອງທີ່ມີເນື້ອທີ່ 6.000 ກິໂລຕາແມັດກໍມີຊ່ອງທາງການພັດທະນາຫຼາຍ, ນີ້ແມ່ນໂອກາດດ້ານຍຸດທະສາດຂອງຊຽງໄຮ້ໃນການພັດທະນາເສດຖະກິດໃນອະນາຄົດ. ຖ້າວ່າພວກເຮົາບໍ່ພັດທະນາກະສິກຳແລະອຸດສາຫະກຳ, ກໍຈະພາດໂອກາດທີ່ດີ ແລະບໍ່ມີຜົນດີຕໍ່ການສ້າງກົນໄກແກ້ໄຂຄວາມສ່ຽງດ້ານເສດຖະກິດຂອງຕົວເມືອງ.”



ໝາກລະແຊງມາລູ້ ທີ່ຊານເມືອງຊຽງໄຮ້ປີ 2008


ກ່ຽວກັບການສ້າງສາຊົນນະບົດ, ທ່ານສີຈິ້ນຜິງຊີ້ອອກວ່າ: ນີ້ແມ່ນ “ບ່ອນຜະລິດອົກຊີແຊນ” ແລະ “ພື້ນທີ່ສີຂຽວ” ຂອງຊຽງໄຮ້ ເຊິ່ງມີບົດບາດທີ່ອຸດສາຫະກຳອື່ນເຂົ້າແທນບໍ່ໄດ້. ເມື່ອສ້າງສາຊົນນະບົດຢູ່ຊານເມືອງໃຫ້ດີແລ້ວ, ກໍຈະສາມາດຍົກສູງກຳລັງສັງລວມຕົວຈິງຂອງຊຽງໄຮ້ຕື່ມອີກ. ຫຼັງຈາກນັ້ນ, ຊານເມືອງຊຽງໄຮ້ໄດ້ຖອດຖອນບົດຮຽນຈາກປະສົບການຂອງໂຮນລັງ ໂດຍໄດ້ພັດທະນາກະສິກຳຍຸກປັດຈຸບັນທີ່ໃຊ້ເຕັກນິກສູງແລະມີຄຸນນະພາບສູງ, ສ້າງສູນປູກໝາກຄາຍແລະໝາກລະແຊັງ, ການທ່ອງທ່ຽວດ້ານກະສິກຳກໍໄດ້ຮັບຄວາມນິຍົມຈາກປະຊາຊົນໃນຕົວເມືອງ.

 

ໝາຍຄາຍຊຽງໄຮ້


“ຂໍກຸນແຈຂອງການສ້າງສູນການເງິນແມ່ນຜູ້ມີຄວາມຮູ້ຄວາມສາມາດ.”

——ທ່ານ ສີຈິ້ນຜິງ


ສ່ວນເສດຖະກິດດ້ານການບໍລິການຊຽງໄຮ້ຄວນຈະພັດທະນາແນວໃດ? ໃນຕອນນັ້ນ, ສູນກາງໄດ້ຕັ້ງເປົ້າໝາຍໃຫ້ຊຽງໄຮ້ສ້າງເປັນສູນການເງິນສາກົນ. ທ່ານສີຈິ້ນຜິງຊີ້ອອກວ່າ: ຂໍກຸນແຈຂອງການສ້າງສູນການເງິນແມ່ນຜູ້ມີຄວາມຮູ້ຄວາມສາມາດ, ຕ້ອງໃຊ້ມາດຕະການເພື່ອແກ້ໄຂສິ່ງກີດຂວາງ, ດຶງດູດຜູ້ມີຄວາມຮູ້ຄວາມສາມາດດ້ານການເງິນຫຼາຍກວ່າເກົ່າມາເຕົ້າໂຮມຢູ່ຊຽງໄຮ້. 

ປັດຈຸບັນ, ຊຽງໄຮ້ໄດ້ສ້າງເປັນລະບົບຕະຫຼາດການເງິນທີ່ຄົບຊຸດ, ໄດ້ເຕົ້າໂຮມສະຖາບັນການເງິນທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດ ແລະໄດ້ກາຍເປັນແນວໜ້າທີ່ການເງິນແຜ່ນດິນໃຫຍ່ຈີນເປີດປະຕູສູ່ພາຍນອກ.

ທ່ານ HIRASAWAJUN ຜູ້ຮັບຜິດຊອບຂອງບໍລິສັດຍີ່ປຸ່ນທີ່ເຮັດວຽກຢູ່ຈີນຫຼາຍປີ ໄດ້ຮ້ອງຂໍໃບອະນຸຍາດໃຫ້ພັກຢູ່ຈີນຖາວອນຢ່າງສຳເລັດຜົນ

 

“ຢ່າສູ່ຖືອຸດສາຫະກຳການຜະລິດແບບດັ້ງເດີມເປັນພາລະຂອງຊຽງໄຮ້, ຄວນຖືເປັນຊັບສົມບັດຂອງຊຽງໄຮ້.”

——ທ່ານ ສີຈິ້ນຜິງ


ນອກນີ້, ຊຽງໄຮ້ກໍບໍ່ໄດ້ປະລະອຸດສາຫະກຳການຜະລິດແບບດັ້ງເດີມ. ທ່ານສີຈິ້ນຜິງກ່າວວ່າ: ໃນໄລຍະຍາວນານມານີ້, ຊຽງໄຮ້ແມ່ນຖານອຸດສາຫະກຳເກົ່າຂອງຈີນ, ຢ່າສູ່ຖືອຸດສາຫະກຳການຜະລິດແບບດັ້ງເດີມເປັນພາລະຂອງຊຽງໄຮ້, ຄວນຖືເປັນຊັບສົມບັດຂອງຊຽງໄຮ້. ຫຼັງຈາກນັ້ນ, ໂຄງການຜະລິດເຮືອບິນໃຫຍ່ດ້ວຍຕົນເອງຂອງຈີນໄດ້ສ້າງຂຶ້ນຢູ່ຊຽງໄຮ້, ປັດຈຸບັນ, ໂຮງງານຊຸບເປີທີ່ບໍລິສັດເຕສລາ ທີ່ເປັນໜຶ່ງໃນບໍລິສັດນຳໜ້າດ້ານອຸດສາຫະກຳລົດໃຊ້ໄຟຟ້າສາກົນຕັ້ງຢູ່ຊຽງໄຮ້ ໄດ້ກາຍເປັນຂອດສຳຄັນທີ່ສຸດໃນການຈັດສັນດ້ານທຸລະກິດໃນທົ່ວໂລກຂອງບໍລິສັດດັ່ງກ່າວ.


ບໍລິສັດ Tesla ຢູ່ຊຽງໄຮ້


ປັດຈຸບັນ, ການຜະລິດຂອງຊຽງໄຮ້ ມີຊີວິດຊີວາ, ການບໍລິການຂອງຊຽງໄຮ້ມີການປະດິດສ້າງໃນຫຼາຍດ້ານແລະໄດ້ນຳໜ້າສ້າງມາດຕະຖານໃໝ່. ການເປີດກວ້າງ, ການປະດິດສ້າງ ແລະກວມລວມ ໄດ້ກາຍເປັນເອກະລັກພິເສດຂອງນະຄອນຊຽງໄຮ້.


ກຸ່ມບໍລິສັດຊ່າງເຟີ່ຍຢູ່ຊ່ຽງໄຮ້