ຈີນເປັນຜູ້ເຮັດແທ້ທຳຈິງແລະຝ່າຍການເຄື່ອນໄຫວໃນການຮັບມືກັບການປ່ຽນແປງດ້ານດິນຟ້າອາກາດມາໂດຍຕະຫຼອດ

2022-11-10 11:54:00 cri


   ໃນເວລາຕອບຄຳຖາມຂອງນັກຂ່າວໃນວັນທີ 9 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ: ຈີນເປັນຜູ້ເຮັດແທ້ທຳຈິງ ແລະ ຝ່າຍການເຄື່ອນໄຫວໃນການຮັບມືກັບການປ່ຽນແປງດ້ານດິນຟ້າອາກາດມາໂດຍຕະຫຼອດ.



   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 8 ພະຈິກນີ້, ປະເທດປະທານກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງດ້ານດິນຟ້າອາກາດຂອງອົງການສະຫະປະຊາຊາດຄັ້ງທີ 27 ແລະ ຄັ້ງທີ 26 ໄດ້ມອບໝາຍໃຫ້ໜ່ວຍງານຊ່ຽວຊານທີ່ເປັນອິດສະຫຼະຮຽບຮຽງບົດລາຍງານຮ່ວມ, ໂດຍຮຽກຮ້ອງໃຫ້ລົງທຶນຈຳນວນ 2.000 ຕື້ໂດລາສະຫະລັດຕໍ່ປີເພື່ອສະໜັບສະໜູນປະເທດພວມພັດທະນາໃນການສະກັດກັ້ນແລະຮັບມືກັບບັນຫາໂລກຮ້ອນ. ຕໍ່ກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນກ່າວວ່າ: ຂະບວນການປ່ຽນແປງດ້ານດິນຟ້າອາກາດທົ່ວໂລກໃນປັດຈຸບັນໄດ້ປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ, ປະເທດພວມພັດທະນາເປັນຜູ້ປະສົບເຄາະຮ້າຍຫຼາຍກວ່າໝູ່ຈາກບັນຫາການປ່ຽນແປງດ້ານດິນຟ້າອາກາດ.



   ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: “ພວກເຮົາສະໜັບສະໜູນກອງປະຊຸມດຳເນີນການຈັດສັນທີ່ສົມເຫດສົມຜົນກ່ຽວກັບບັນຫາຄວາມເສຍຫາຍແລະຜົນຮ້າຍທີ່ປະເທດພວມພັດທະນາໃຫ້ຄວາມເອົາໃຈໃສ່, ທວງໃຫ້ປະເທດທີ່ພັດທະນາແລ້ວ ປະຕິບັດຕາມໜ້າທີ່ຮັບຜິດຊອບທາງປະຫວັດສາດແລະພັນທະສາກົນເທົ່າທີ່ຄວນໃນການຮັບມືກັບການປ່ຽນແປງດ້ານດິນຟ້າອາກາດນັ້ນຢ່າງຈິງຈັງ,ໂດຍສະເພາະແມ່ນເຮັດໃຫ້ຄຳໝັ້ນສັນຍາທີ່ໃຫ້ທຶນ 100 ຕື້ໂດລາສະຫະລັດນັ້ນປາກົດຜົນເປັນຈິງໂດຍໄວ, ພ້ອມທັງສະເໜີແຜນວາດເພີ່ມທຶນອີກທົບເທົ່າເພື່ອປັບຕົວເຂົ້າກັບການປ່ຽນແປງດ້ານດິນຟ້າອາກາດ, ຊ່ວຍເຫຼືອປະເທດພວມພັດທະນາຍົກສູງຄວາມສາມາດໃນການຮັບມືກັບສິ່ງທ້າທາຍດ້ານດິນຟ້າອາກາດນັ້ນຢ່າງແທ້ຈິງ, ເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງເໜືອໃຕ້ ແລະ ກາຍເປັນກຳລັງປະສານງານໃນການເຄື່ອນໄຫວ.”