ຈີນບໍ່ວິຈານຕໍ່ການເລືອກຕັ້ງລັດຖະສະພາກາງສະໄໝຂອງອາເມລິກາ

2022-11-10 13:29:15 CRI

   ກ່ຽວກັບການເລືອກຕັ້ງລັດຖະສະພາກາງສະໄໝຂອງອາເມລິກາ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 9 ພະຈິກນີ້ວ່າ: ການເລືອກຕັ້ງລັດຖະສະພາກາງສະໄໝຂອງອາເມລິກາເປັນວຽກງານພາຍໃນຂອງອາເມລິກາ, ສ່ວນຜົນການເລືອກຕັ້ງແມ່ນ ຕັດສິນໂດຍອີງຕາມການລົງຄະແນນສຽງຂອງປະຊາຊົນອາເມລິກາ, ຝ່າຍຈີນບໍ່ວິຈານກ່ຽວກັບເລື່ອງນີ້.

    

    ທ່ານ ຈ້າວລີ້ຈ່ຽນ ຊີ້ໃຫ້ເຫັນວ່າ, ຈີນມີຈຸດຢືນທີ່ຈະແຈ້ງແລະສະເໝີຕົ້ນສະເໝີປາຍຕໍ່ການພົວພັນລະຫວ່າງຈີນ-ອາເມລິກາ ນັ້ນກໍຄື: ຝ່າຍຈີນເຫັນວ່າການພົວພັນລະຫວ່າງຈີນ-ອາເມລິກາທີ່ປອດໃສ ແລະໝັ້ນທ່ຽງ ແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດທັງເປັນສິ່ງທີ່ປະຊາຄົມໂລກຄອງຄອຍ. ຫວັງວ່າຝ່າຍອາເມລິກາຈົ່ງກ້າວເດີນໄປສູ່ທິດທາງດຽວກັນກັບຝ່າຍຈີນ, ຊອກຫາວິທີປະຕິບັດຕໍ່ກັນທີ່ຖືກຕ້ອງໃນຍຸກໃໝ່ລະຫວ່າງຈີນ-ອາເມລິກາບົນຫຼັກການເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດກັບຄືນສູ່ເສັ້ນທາງພັດທະນາທີ່ຖືກຕ້ອງ, ປອດໃສແລະໝັ້ນທ່ຽງ.