RCEP ຊ່ວຍເຫຼືອຜະລິດຕະພັນກະສິກຳຂອງປະເທດສະມາຊິກອາຊຽນເຂົ້າສູ່ຕະຫຼາດຈີນ

2022-11-10 16:19:52 cri


ນັບແຕ່ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນຍບັງຄັບໃຊ້ແລະຈັດຕັ້ງປະຕິບັດເປັນຕົ້ນມາ, ມີຜະລິດຕະພັນກະສິກຳຂອງປະເທດສະມາຊິກອາຊຽນນັບມື້ນັບຫຼາຍໄດ້ເຂົ້າສູ່ຕະຫຼາດຈີນຢ່າງມີຄວາມສະດວກຫຼາຍກວ່າເກົ່າ. ນັກທຸລະກິດທັງຫຼາຍຂອງວິສາຫະກິດຜະລິດຕະພັນກະສິກຳປະເທດສະມາຊິກອາຊຽນກ່າວວ່າ: ຄຽງຄູ່ກັບການຈັດຕັ້ງປະຕິບັດກົດລະບຽບຕ່າງໆຂອງ RCEP, ຕົ້ນທຶນການຄ້າໃນພາກພື້ນໄດ້ຫຼຸດລົງຢ່າງເດັ່ນຊັດ, ລະດັບການສ້າງຄວາມສະດວກໃຫ້ແກ່ການຄ້າໄດ້ຮັບການຍົກສູງຂຶ້ນຕື່ມອີກ ເຊິ່ງໄດ້ເຮັດໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດທີ່ແທ້ຈິງ.

ເວົ້າສຳລັບນັກທຸລະກິດຜະລິດຕະພັນກະສິກຳຂອງປະເທດສະມາຊິກອາຊຽນແລ້ວ, ການຈັດຕັ້ງປະຕິບັດສັນຍາ RCEP ມີຜົນດີຕໍ່ການຫຼຸດຜ່ອນຕົ້ນທຶນການນຳເຂົ້າສິນຄ້າເນື່ອງຈາກການຫຼຸດພາສີ ແລະມີໂອກາດສົ່ງອອກສິນຄ້າເພີ່ມຂຶ້ນ. ໂດຍອີງຕາມສັນຍາ RCEP, ການຄ້າສິນຄ້າພາຍໃນພາກພື້ນມີ 90% ຂຶ້ນໄປຈະປອດພາສີໃນທີ່ສຸດ, ສິ່ງນີ້ຈະຊຸກຍູ້ໃຫ້ການໄປມາຫາສູ່ກັນດ້ານການຄ້າຂ້າມຊາດຫຼາຍຂຶ້ນ.

ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການພັດທະນາໂຄງການໃຫຍ່ແລະສຳຄັນຕ່າງໆ ເປັນຕົ້ນຊ່ອງທາງໃໝ່ທາງບົກແລະທາງທະເລຢູ່ພາກຕາເວັນຕົກຂອງຈີນ ແລະເສັ້ນທາງລົດໄຟຈີນ-ລາວ, ສິ່ງກໍ່ສ້າງພື້ນຖານໂຄງລ່າງພາຍໃນພາກພື້ນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຜະລິດຕະພັນກະສິກຳຂອງປະເທດສະມາຊິກອາຊຽນມີຄວາມສະດວກຫຼາຍຂຶ້ນເຂົ້າເພື່ອເຂົ້າສູ່ຕະຫຼາດຈີນ. ອີງຕາມຂໍ້ມູນສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: 10 ເດືອນຂອງປີນີ້, ຂະບວນລົດໄຟສາກົນຜ່ານຊ່ອງທາງໃໝ່ທາງບົກແລະທາງທະເລດັ່ງກ່າວ ໄດ້ຂົນສົ່ງສິນຄ້າ 621.026 ຕູ້ບັນຈຸສິນຄ້າມາດຕະຖານ,ເພີ່ມຂຶ້ນ 19.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ນັບມາຮອດວັນທີ 7 ພະຈິກນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າຫຼາຍກວ່າ 10 ລ້ານໂຕນ. ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດມີຫຼາຍກວ່າ 1.800.000 ໂຕນ ເຊິ່ງມີມູນຄ່າຫຼາຍກວ່າ 12 ຕື້ຢວນ. ປັດຈຸບັນ, ມີ 25 ແຂວງຂອງຈີນໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນຢູ່ເສັ້ນທາງລົດໄຟຈີນ-ລາວ ໂດຍໄດ້ຂົນສົ່ງສິນຄ້າໄປເຖິງລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ລວມທັງປະເທດແລະເຂດແຄ້ວນອື່ນໆ.