ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຕົກລົງສັນຍາຊື້ຂາຍເປັນໄລຍະປີໜຶ່ງ ມີມູນຄ່າຫຼາຍກວ່າ 73 ຕື້ໂດລາສະຫະລັດ

2022-11-10 16:49:29 CRI


    ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະອັດລົງໃນມື້ນີ້. ໃນງານວາງສະແດງຄັ້ງນີ້,ລວມມີທັງໝົດ 145 ປະເທດ ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມວາງສະແດງ. ກິດຈະກຳເວທີເປິກສາຫາລື 24 ຄັ້ງໄດ້ຈັດຂຶ້ນຢ່າງສຳເລັດຜົນ. ວິສາຫະກິດ 2.800 ກວ່າແຫ່ງຈາກ 127 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມວາງສະແດງ; ນັບມາຮອດ ເວລາ 12 ໂມງຂອງວັນທີ 10 ພະຈິກ  2022, ໄດ້ມີຜູ້ເຂົ້າຊົມຫຼາຍກວ່າ 461.000 ເທື່ອຄົນ. ເມື່ອຄິດໄລຕາມໄລຍະປີໜຶ່ງແລ້ວ, ໄດ້ຕົກລົງສັນຍາຊື້ຂາຍເປັນມູນຄ່າ 73,52 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,9%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.