ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຕູ່ລານຮູແຂວງຊິ່ງໄຫ

2022-11-10 11:04:56 cri

    ກອງປະຊຸມຂັ້ນສູງລະດັບລັດຖະມົນຕີຂອງກອງປະຊຸມພາຄີ “ສົນທິສັນຍາດິນບໍລິເວນນ້ຳ” ຄັ້ງທີ 14 ໄດ້ສິ້ນສຸດລົງຢູ່ນະຄອນອູຮັ້ນ ແຂວງຮູເປີຍປະເທດຈີນ, ໂດຍໄດ້ຮັບຮອງເອົາ “ຖະແຫຼງການອູຮັ້ນ” ຢ່າງເປັນທາງການ ແລະຮຽກຮ້ອງໃຫ້ຝ່າຍຕ່າງໆປົກປັກຮັກສາດິນບໍລິເວນນ້ຳ.

    ພາກເໜືອຂອງຈີນໄດ້ເຂົ້າສູ່ລະດູໜາວແລ້ວ, ເຊີນທ່ານຊົມທິວທັດທີ່ສັດຕ່າງໆເລາະຫຼິ້ນຢ່າງເສລີພາບໃນສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຕູ່ລານຮູ, ທາງພາກຕາເວັນຕົກສຽງເໜືອຂອງຈີນ.

    ສວນສາທາລະນະດິນບໍລິເວນນ້ຳແຫ່ງຊາດຕູ່ລານຮູ ຕັ້ງຢູ່ເມືອງອູ່ລານກິ່ງແຂວງປົກຄອງຕົນເອງເຜົ່າມົງໂກເຜົ່າຕີເບດໄຮຊີ່, ແຂວງຊີ່ງໄຫ, ປະເທດຈີນ, ມີແຫຼ່ງນ້ຳພຽງພໍ, ຫຍ້າອຸດົມສົມບູນ, ສູງກວ່າລະດັບໜ້ານ້ຳທະເລສະເລ່ຍ 2973 ແມັດ, ສະພາບແວດລ້ອມທີ່ສວຍງາມຢູ່ແຫ່ງນີ້ ໄດ້ກາຍເປັນສະຖານທີ່ພັກອາໄສ ແລະອອກແມ່ແຜ່ລູກທີ່ດີທີ່ສຸດຂອງນົກ ແລະສັດຈຳນວນຫຼວງຫຼາຍ.